ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຣັດເຊຍ ອາເມຣິກາ ປືກສາຫາລືກ່ຽວກັບບັນຫາ ການປ່ຽນແປງຂອງດີນຟ້າອາກາດ


     ສຳນັກຂ່າວທາດ ລາຍງານ ໃນວັນທີ 15 ກຸມພານີ້ວ່າ: ກະຊວງການຕ່າງປະເທດຣັດເຊຍ ໄດ້ປະກາດ ວ່າ ທ່ານ ລັດຖະມົນຕີການຕ່າງປະເທດ ໄດ້ມີ
ການໂອ້ລົມທາງໂທລະສັບ ແລະ ປຶກສາຫາລືກ່ຽວກັບບັນຫາການປ່ຽນແປງ ຂອງດິນຟ້າອາກາດ ກັບທູດພິເສດ ກ່ຽວກັບດິນຟ້າອາກາດ ຂອງ ອາເມຣິກາ
ທ່ານ ຈອນ ເຄີຣີ ໃນນັ້ນ ສອງຝ່າຍ ໄດ້ເຫັນດີເປັນເອກະພາບ ຈະສືບຕໍ່ຮ່ວມມືໃນຂອບເຂດສະພາຂົ້ວໂລກເໜືອ.

     ທ່ານ ລັດຖະມົນຕີການຕ່າງປະເທດຣັດເຊຍ ໃຫ້ຮູ້ວ່າ: ຣັດເຊຍ ຊົມເຊີຍການຕັດສິນໃຈ ຂອງ ຄະນະລັດຖະບານຊຸດໃໝ່ຂອງ ອາເມຣິກາ ກ່ຽວກັບ
ເລື່ອງເຂົ້າຮ່ວມສັນຍາ ປາຣີ ກ່ຽວກັບການ ປ່ຽນແປງຂອງດິນຟ້າອາກາດ ຄືນໃໝ່. ກ່ອນໜ້ານັ້ນ, ທ່ານ ໂຈ ໄບເດນ ປະທານາທິບໍດີອາເມຣິກາ ໄດ້ເຄື່ອນ
​ໄຫວ​ເບື້ອງ​ຕົ້ນ ​ເພື່ອ​ແນ່​ໃສ່​ເຮັດ​ໃຫ້ປະເທດນີ້ ກັບຄືນສູ່​ພາວະຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ທ່ານຢັ້ງຢືນວ່າ ວໍຊີງຕັນ ຈະນຳບົດບາດແຖວ
ໜ້າ ໃນໂລກກ່ຽວກັບ ການຮັບມືກັບການປ່ຽນແປງ ຂອງດິນຟ້າອາກາດ.