ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເຢຍລະມັນ ມີ​ຄວາມ​ຫວັງ​ເພື່ອ​ໃຫ້​ຄວາມ​ເຄັ່ງ​ຕຶງ ລະຫວ່າງ ຣັດ​ເຊຍ-ອູແກຣນ ຜ່ອນຄາຍ​ລົງ


ທ່ານ ໂອລາຟ ໂຊນ ນາຍົກລັດຖະມົນຕີ ເຢຍລະມັນ

     ສໍານັກຂ່າວ ຊິນຮ່ວາ ໃຫ້ຮູ້ ວ່າ: ວັນທີ 14-15 ກຸມພາ ນີ້, ທ່ານ ໂອ ລາຟ ໂຊນ ນາຍົກລັດຖະມົນຕີ ເຢຍລະມັນ ໄດ້ເດີນທາງໄປຢ້ຽມຢາມ ອູແກຣນ
ແລະ ຣັດເຊຍ ເພື່ອເຈລະຈາກັບ ທ່ານ ວະລາດີເມຍ ເຊເລນສະກີ ປະທານາທິບໍດີ ອູແກຣນ ແລະ ທ່ານ ວະລາດີເມຍ ປູຕີນ ປະທານາທິບໍດີ ຣັດເຊຍ ໂດຍ
ຫວັງຢາກຜ່ອນຄາຍສະຖານະການຄວາມເຄັ່ງຕຶງຂອງພາກພື້ນໃນສະເພາະໜ້ານີ້ ໂດຍຜ່ານວິທີທາງການທູດ.

     ຝ່າຍ ອູແກຣນ ແມ່ນມີຄວາມຫວັງສູງຕໍ່ການຢ້ຽມຢາມຂອງ ທ່ານ ໂອລາຟ ໂຊນ ໃນເທື່ອນີ້ ໂດຍເຫັນວ່າການພົວພັນສອງຝ່າຍຈະ​ເປັນ​ໂສມໜ້າປະ
ຫວັດສາດ​ອັນ​ໃໝ່. ມາຮອດປັດຈຸບັນ, ທ່ານ ໂອລາຟ ໂຊນ ໄດ້ຍຶດໝັ້ນໃນຫຼັກການທີ່ວ່າ, ເຢຍລະມັນຈະບໍ່ສະໜອງອາວຸດໃຫ້ອູແກຣນມາໂດຍຕະຫຼອດ.
ສ່ວນຝ່າຍ ຣັດເຊຍ ໄດ້ຮຽກຮ້ອງໃຫ້ກຸ່ມນາໂຕຢຸດຕິການຂະຫຍາຍສະມາຊິກຢູ່ທິດຕາເວັນອອກ, ໂດຍສະເພາະແມ່ນບໍ່ໃຫ້ຮັບເອົາ ອູແກຣນ ເຂົ້າຮ່ວມກຸ່ມ
ນາໂຕ.

ແຫຼ່ງທີ່ມາ: ໜັງສືພິມ ກອງທັບ
ວັນທີ 16/02/2022