ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຟິລິບປິນ ກວດ​ພົບເຊື້ອໄວຣັດ​ປ່ຽນແປງ​ສາຍ​ພັນ​ຈາກ ໂຄວິດ-19 ​ເປັນ​ໄວຣັດ P.3


     ສຳນັກຂ່າວ ຊີເອັນເອັນ ລາຍງານໃນ ວັນທີ 14 ມີນາ ນີ້ໂດຍອີງຕາມ ກະຊວງສາທາລະນະສຸກ ຟີລິບປິນ ຖະແຫຼງຂ່າວວ່າ: ຜູ້ຖືກບົ່ງມະຕິເປັນພະຍາດ
ໂຄວິດ-19 ຫຼາຍສິບຄົນທີ່ ຟິລິບປິນ ພົບເຫັນກ່ອນໜ້ານີ້ ໄດ້ຕິດເຊື້ອໄວຣັດທີ່ປ່ຽນແປງສາຍພັນຕ່າງໆ, ຫຼັງຈາກຢືນຢັນກັບອົງການທີ່ກ່ຽວຂ້ອງແລ້ວເຫັນ
ວ່າເຊື້ອໄວຣັດ ດັ່ງກ່າວແມ່ນເຊື້ອໄວຣັດ P.3. ນີ້ແມ່ນຄັ້ງທຳອິດທີ່ໄດ້ພົບເຫັນ ເຊື້ອໄວຣັດ P.3 ຢູ່ ຟີລິບປິນ. ມາຮອດປັດຈຸບັນ, ຜູ້ທີ່ຕິດ ເຊື້ອໄວຣັດ P.3
ລວມທັງໝົດມີ 98 ຄົນ.

     ນອກນີ້, ກະຊວງສາທາລະນະສຸກ ຟີລິບປິນ ຍັງລາຍງານວ່າ: ມີຜູ້ອອກແຮງງານທີ່ກັບຈາກຕ່າງປະເທດ ໄດ້ພົບເຫັນຜູ້ຕິດເຊື້ອໄວ ຣັດກາຍພັນ ໂຄ
ວິດ-19 ທີ່ພົບເຫັນຢູ່ ບຣາຊິນ ເປັນຄັ້ງທຳອິດ, ນີ້ກໍແມ່ນຄັ້ງທຳອິດທີ່ ຟີລິບປິນ ບົ່ງມະຕິຜູ້ຕິດເຊື້ອໄວຣັດກາຍພັນ ໂຄວິດ-19 ທີ່ພົບເຫັນຢູ່ ບຣາຊິນ ເປັນ
ຄັ້ງທຳອິດ.

     ນອກຈາກນີ້ຈຳນວນຜູ້ຕິດເຊື້ອໄວຣັດກາຍພັນທີ່ພົບເຫັນຢູ່ ອັງກິດ ເປັນຄັ້ງທຳອິດໄດ້ເພີ່ມຂຶ້ນເປັນ 117 ກໍລະນີ, ສ່ວນຈຳນວນຜູ້ຕິດເຊື້ອໄວຣັດກາຍ
ພັນທີ່ພົບເຫັນຢູ່ ອາຟຣິກາໃຕ້ ເປັນຄັ້ງທຳອິດໄດ້ເພີ່ມຂຶ້ນເປັນ 90 ກໍລະນີ. ຈຳນວນຜູ້ຕິດເຊື້ອໄວຣັດກາຍພັນເຫຼົ່ານີ້ລວມທັງໝົດມີ 306

.