ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ບັນຫາຂໍ້​ຂັດ​ແຍ່ງ ຣັດ​ເຊຍ-ອູ​​ແກຣນ ຜ່ານ​ມາ​ໄດ້​ເພີ່ມ​ທະວີ ​ແລະ ທ່າ​ອ່ຽງ​ໃນ​ຕໍ່ໜ້າ

     ຫົວໜ້າກຸ່ມ ນາໂຕ ກ່າວເຕືອນວ່າ: ຣັດເຊຍ ອາດຈະນໍາໃຊ້ອາວຸດຊີວະພາບ ເຂົ້າໃນການສູ້ຮົບຢູ່ ອູແກຣນ, ໃນຂະນະດຽວກັນທາງ ຣັດເຊຍ ໄດ້ປະ
ກາດວ່າ: ຕົນໄດ້ເຂົ້າຄວບຄຸມຫ້ອງທົດລອງດ້ານຊີວະພາບເຖິງ 30 ແຫ່ງໃນຕົວເມືອງຕ່າງໆໃນດິນແດນຂອງ ອູແກຣນ ແລະ 330 ກວ່າແຫ່ງໃນທົ່ວໂລກ,
ສະເພາະຫ້ອງທົດລອງໃນ ອູແກຣນ ມີການ ເກັບຮັກສາພະຍາດເຊື້ອໂຣກຕ່າງໆ ເປັນຕົ້ນ ພະຍາດໜູທີ່ຕິດຕໍ່ໃສ່ຄົນ, ພະຍາດໄຂ້ຍຸງ, ພະຍາດອະຫິວາ, ພະ
ຍາດເປ້ຍລ່ອຍ.

     ນອກຈາກນີ້, ທະຫານ ຣັດເຊຍ ຍັງຢຶດໄດ້ເອກະສານຫຼາຍສະບັບລວມທັງຄໍາສັ່ງຂອງ ກະຊວງສາທາລະນະສຸກຂອງ ອູແກຣນ ພ້ອມ​ທັງທໍາລາຍຫ້ອງ
ທົດລອງທັງໝົດເຫຼົ່ານັ້ນກ່ອນການບຸກໂຈມຕີ ຂອງ ຣັດເຊຍ, ປັດຈຸບັນທາງຝ່າຍຣັດເຊຍ ໄດ້ໃຫ້ນັກຊ່ຽວຊານກວດສອບເບິ່ງວ່າຫ້ອງທົດລອງທັງໝົດນັ້ນ
ແມ່ນຕັ້ງຂຶ້ນເພື່ອເປົ້າໝາຍທາງການຄົ້ນຄ້ວາວິທະຍາສາດແທ້ ຫຼື ບໍ່, ເພາະ ສະຫະລັດ ໄດ້ຊ່ວຍເຫຼືອ ອູແກຣນ ເຖິງ 200 ລ້ານໂດລາ ໃນໂຄງການດັ່ງກ່າວ.

     ຕໍ່ບັນຫານີ້ທາງການ ສປ ຈີນ ກໍໄດ້ອອກມາກ່າວວ່າ ສະຫະລັດ ຕ້ອງອະທິບາຍຢ່າງຊັດເຈນຕໍ່ໂຄງການຄົ້ນຄ້ວາຊີວະພາບນີ້ ແມ່ນເພື່ອເປົ້າໝາຍການ
ທະຫານ ຫຼື ບໍ່, ສ່ວນຢູ່ລາວ ສະຖານທູດ ຣັດເຊຍ ປະຈໍາລາວກໍໄດ້ອອກຖະແຫຼງທາງສື່ອອນລາຍກ່ຽວກັບເລື່ອງນີ້ເຊັ່ນດຽວກັນ. ການສູ້ຮົບໃນ ອູແກຣນ
ກໍຍັງສືບຕໍ່, ທະຫານ ຣັດເຊຍ ສາມາດຢຶດໄດ້ຫຼາຍຕົວເມືອງນ້ອຍສ່ວນເມືອງໃຫຍ່ແມ່ນຖືກປິດລ້ອມໄວ້, ກໍາລັງທະຫານ ຣັດເຊຍ ເຄື່ອນທັບແບບຊ້າໆມື້
ໜຶ່ງໄປໄດ້ພຽງ 2 ກິໂລແມັດ, ເຮັດໃຫ້ບັນດາຊ່ຽວຊານທາງດ້ານທະຫານແປກໃຈຕໍ່ຍຸດທະວິທີນີ້. ສ່ວນສື່ກໍບອກວ່າ: ທະຫານ ຣັດເຊຍ ອາດຈະຖືກການ
ຕ້ານຢັນຄືນຈາກກອງກໍາລັງ ອູແກຣນ ຢ່າງແຂງແຮງ, ຍຸດທະວິທີການໃຊ້ແຕ່ກອງທັບອາກາດ ແລະ ຍານເກາະຂອງ ປູຕິນ ອາດຈະປະລາໄຊລົງ, ແຕ່ກໍມີນັກ
ຊ່ຽວຊານດ້ານການທະຫານຫຼາຍຄົນບອກວ່າແຜນການເດີນທັບຊ້າໆຂອງ ທ່ານ ປູຕີນ ແມ່ນເປັນຍຸດທະສາດທີ່ສະຫຼຽວສະຫຼາດ, (ໜຶ່ງ) ແມ່ນເພື່ອຫຼີກລ້ຽງ
ຜົນເສຍຫາຍທາງດ້ານຊີວິດ ແລະ ຊັບສິນຂອງປະຊາຊົນພົນລະເຮືອນ, (ສອງ) ເມື່ອຢຶດເມືອງໃດແລ້ວກໍຈະເຮັດການ ໂຄສະນາຊວນເຊື່ອຕໍ່ປະຊາຊົນຊາວ
ອູແກຣນ ໃຫ້ເຂົ້າໃຈເລິກເຊິ່ງຕໍ່ການປະຕິບັດການຄັ້ງນີ້, ສິ່ງສໍາຄັນກວ່ານັ້ນກໍຢາກໃຫ້ປະຊາຊົນ ອູແກຣນ ປະຖິ້ມແນວຄິດຄຽດຊັງ ແລະ ອາຄາດບາດໝາງ
ຕໍ່ປະຊາຊົນຊາວ ຣັດເຊຍ, ເດີນຕາມເສັ້ນທາງເປັນກາງ ແລະ ແນ່ນອນທີ່ສຸດບໍ່​ໃຫ້ມີລັດທິຟາດຊິດດັ່ງທີ່ເຄີຍເປັນມາ.(ສາມ) ເພື່ອປ່ອຍທາງໃຫ້ກັບ ປະຊາ
ຊົນ ຊາວ ອູແກຣນ ຜູ້ໃດທີ່ຕ້ອງການອົບພະຍົບໄປອາໄສຢູ່ບັນດາປະເທດຕາເວັນຕົກ ເຊິ່ງຄາດຄະເນໄວ້ວ່າ ຈະມີເຖິງ 10 ລ້ານຄົນ ທີ່​ເປັນພາລະຕ່າງໆ,
ລວມທັງການຈັດທີ່ພັກເຊົາກໍຕ້ອງເເມ່ນ ບັນດາປະເທດຕາເວັນຕົກເປັນຜູ້ ຮັບຜິດຊອບເອງທັງໝົດ.

     ສ່ວນທ່າທີຂອງປະທານາທິບໍດີ ອູແກຣນ ກໍເລີ່ມມີທ່າອ່ຽງອ່ອນໂຍນລົງ, ທ່ານໄດ້ຖະແຫຼງເອົາໃຈອອກຈາກແນວຄິດແລ່ນໄລ່ນໍາການຂໍເຂົ້າເປັນສະມາ
ຊິກ ນາໂຕ ເພາະນາໂຕຄົງຍາກທີ່ຈະຮັບເອົາ ອູແກຣນ ໂດຍທັນທີໄດ້, ທ່ານກ່າວດ້ວຍຄວາມຂົມຂື່ນວ່າ: “ບໍ່ມີປະທານາທິບໍດີຂອງປະເທດ ໃດຈະຄຸບເຂົ່າ
ຂໍຮ້ອງໃນສິ່ງທີ່ຕ້ອງການກັບຄົນອື່ນ“. ສໍາລັບອະດີດປະທານາທິບໍດີ ອູແກຣນ ທ່ານ ວິກເຕີ ຜູ້ທີ່ຖືກໂຄນລົ້ມໃນປີ 2014 ໄດ້ກ່າວຕັກເຕືອນ ທ່ານ ເຊເລນ
ສະກີ ວ່າ: ຄວນປະຖິ້ມຄວາມອວດອົ່ງ ທະນົງຕົວ “ສ່ວນຕົວຂອງທ່ານສາ ແລະ ຄວນຄິດເຖິງປະເທດຂອງຕົນຈະດີກວ່າ”. ການເຈລະຈາຄັ້ງໃໝ່ ໃນລະດັບ
ລັດຖະມົນຕີການ ຕ່າງປະເທດ ລະຫວ່າງ ຣັດເຊຍ ແລະ ອູແກຣນໄດ້ມີຂຶ້ນຄັ້ງໜຶ່ງແລ້ວ ແຕ່ຍັງບໍ່ມີຄວາມຄືບໜ້າ, ພວກເຮົາຄົນລາວທຸກຄົນກໍຢາກ ໃຫ້
ຜົນການເຈລະຈານີ້ກ້າວໄປເຖິງບ່ອນຢຸດຕິສົງຄາມ, ຢຸດຕິຄວາມອາຄາດບາດໝາງກັນ ແລະ ຢູ່ຮ່ວມກັນຢ່າງສັນຕິລະຫວ່າງປະຊາຊົນສອງ ຊາດຣັດເຊຍ
ແລະ ອູແກຣນ.

     ສໍາລັບຂ້າພະເຈົ້າແລ້ວມີຄວາມເຫັນວ່າ: ຮູບເງົາມ້ວນທໍາອິດທີ່ມີແຕ່ສູ້ກັນດ້ານການທະຫານໃກ້ຈະສິ້ນສຸດລົງແລ້ວ ແລະ ຕໍ່ໄປກໍຈະມີມ້ວນທີ່ສອງ
ເຂົ້າມາແທນເປັນເລື່ອງສູ້ຢັນກັນທາງດ້ານເສດຖະກິດ, ມ້ວນນີ້ຍິ່ງຈະໜ້າສົນໃຈມັນຈະພິສູດຖືກ ຫຼື ຜິດໃຫ້ກັບສຸພາສິດຈີນທີ່ເວົ້າວ່າ:"ບໍ່ມີມິດແທ້ ແລະ
ບໍ່ມີສັດຕູຖາວອນ".

ແຫຼ່ງທີ່ມາ: ໜັງສືພິມ ກອງທັບ
ວັນທີ 16/03/2022