ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫະລັດອາເມຣິກາ ຈະ​ຈັດ​ສັນ​ເງິນ​ຈຳນວນ 150 ລ້ານໂດລາ ​ເພື່ອ​ສະ​ນັບ​ສະໜູນອາຊຽນ


     ສໍານັກຂ່າວຣອຍເຕີລາຍງານໃນວັນທີ 13 ພຶດສະພາ ນີ້ ວ່າ: ໂຈ ໄບເດັນ ປະທານາທິບໍດີ ສະຫະລັດອາເມຣິກາ ໄດ້ໃຫ້ການຕ້ອນຮັບ ແລະ ພົບປະ
ຫາລືກັບຜູ້ນໍາ 8 ປະເທດສະມາຊິກປະຊາຊາດແຫ່ງອາຊີຕະເວັນອອກສ່ຽງໃຕ້ (ອາຊຽນ) ທີ່ທໍານຽບຂາວໃນວັນທີ 12 ພຶດສະພາ ທີ່ຜ່ານມາ. ເຊິ່ງ ຟີລິບປິນ
ແມ່ນສົ່ງລັດຖະມົນຕີກະຊວງຕ່າງ ປະເທດເຂົ້າຮ່ວມໃນວາລະກອງປະຊຸມດັ່ງກ່າວ.

     ວາລະດັ່ງກ່າວ, ໂຈ ໄບເດັນ ໄດ້ໃຫ້ຄໍາໝັ້ນສັນຍາວ່າຈະຈັດສັນງົບປະມານ ເພື່ອສະໜັບສະໜູນກຸ່ມປະເທດອາຊຽນໃນຈໍານວນເງິນ 150 ລ້ານໂດ
ລາສະຫະລັດ ເພື່ອໃຊ້ເຂົ້າໃນການພັດທະນາພື້ນຖານໂຄງລ່າງຄວາມໝັ້ນຄົງ ແລະ ການກຽມຄວາມພ້ອມ ເພື່ອຮັບມືກັບວິກິດການແຜ່ລະບາດຂອງເຊື້ອພະ
ຍາດ, ການປະກາດດັ່ງກ່າວເກີດຂຶ້ນ ຫຼັງຈາກຈີນໃຫ້ຄໍາໝັ້ນສັນຍາກ່ອນໜ້ານີ້, ວ່າຈະຈັດສັນງົບປະມານຈໍານວນ 1.500 ລ້ານໂດລາສະຫະລັດ ເພື່ອສະ
ໜັບສະໜູນຕໍ່ການດໍາເນີນງານຂອງກຸ່ມປະເທດອາຊຽນ, ຟື້ນຟູພາກພື້ນຫຼັງຈາກຜ່ານວິກິດການແຜ່ລະບາດຂອງເຊື້ອ ໂຄວິດ-19.

     ທາງດ້ານແຫຼ່ງຂ່າວຂອງ ລັດຖະບານວໍຊິງຕັນ ໃຫ້ຂໍ້ມູນວ່າ, ສະຫະລັດອາເມຣິກາ ມີຄວາມຕ້ອງການຍົກລະດັບຄວາມຮ່ວມມືກັບກຸ່ມປະເທດອາຊຽນ
ແລະ ສະແດງໃຫ້ປະຊາຊາດອາຊີຕາເວັນອອກສ່ຽງໃຕ້ ເຫັນ, ຮັບຮູ້ວ່າ ລັດຖະບານວໍຊິງຕັນ ມີຄວາມມຸ່ງໝັ້ນໃນການເສີມສ້າງຄວາມສໍາພັນທີ່ດີ.

     ຄະນະດຽວກັນ ໂຈ ໄບເດັນ ແລະ ທີມງານກໍາລັງຢູ່ໃນລະຫວ່າງຈັດກຽມກ່ຽວກັບຂອບຄວາມຮ່ວມມືດ້ານເສດຖະກິດ ອິນໂດ-ປາຊີຟິກ (ໄອພີອີເອບ)
ເຖິງແມ່ນວ່າຍັງບໍ່ທັນໄດ້ເປີດເຜີຍເນື້ອໃນ ແລະ ລາຍລະອຽດກ່ຽວກັບຄວາມຮ່ວມມືດັ່ງກ່າວກໍຕາມແຕ່ຫຼາຍຝ່າຍເຊື່ອວ່າ ຜູ້ນໍາ ສະຫະລັດ ຈະເປີດເຜີຍ
ຂອບຄວາມຮ່ວມມືດັ່ງກ່າວໃນລະຫວ່າງການເດີນທາງຢ້ຽມຢາມຍີ່ປຸ່ນ ແລະ ສ ເກົາ ຫຼີ ໃນໄລຍະທ້າຍເດືອນນີ້.

     ເຖິງຢ່າງໃດກໍຕາມ, ໃນສ່ວນຂອງ ອາຊຽນ ນັ້ນໄດ້ມີການຄາດຄະເນວ່າ ສິງກະໂປ ແລະ ຟີລິບປິນ ໜ້າຈະມີຄວາມກະຕືລືລົ້ນຍາກເຂົ້າຮ່ວມຫຼາຍທີ່
ສຸດສ່ວນປະເທດ ຫວຽດນາມ ແມ່ນໄດ້ອອກຄວາມເຫັນວ່າຂໍເອົາບັນຫາດັ່ງກ່າວໄປສຶກສາພິຈາລະນາກ່ອນ.

ແຫຼ່ງທີ່ມາ: ໜັງສືພິມ ກອງທັບ
ວັນທີ 16/05/2022