ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອົງການອະນາໄມໂລກ ລະບຸ​ວ່າເຊື້ອໂຄວິດ-19 ຊະນິດກາຍພັນ
ລະ​ບາດເພີ່ມຂຶ້ນ​ໃນຫຼາຍ ​ແລະ ທົ່ວ​ປະ​ເທດ​ໃນ​ໂລກ


     ສໍານັກຂ່າວ ຊິນຮວາ ລາຍງານໃນວັນທີ 13 ສິງຫາ ນີ້: ອົງການອະນາໄມໂລກເປີດເຜີຍວ່າ: ມີພື້ນທີ່ ແລະ ປະເທດທີ່ກວດພົບເຊື້ອໄວຣັດ ໂຄວິດ-19
ຊະນິດກາຍພັນເພີ່ມຂຶ້ນຢ່າງຕໍ່ເນື່ອງຫຼັງຈາກຍອດຜູ້ຕິດເຊື້ອ ໄວຣັດ ໂຄວິດ-19 ທົ່ວໂລກເພີ່ມສູງເຖິງ 200 ລ້ານຄົນ ເມື່ອອາທິດທີ່ຜ່ານມາ.

     ລາຍງານຄວາມຄືບໜ້າເປັນລາຍອາທິດຂອງສະຖານະການໂລກລະບາດໃຫຍ່ສະບັບຫຼ້າສຸດ ລະບຸວ່າ: ປັດຈຸບັນເຊື້ອໄວຣັດ- 19 ຊະນິດກາຍພັນເຊັ່ນ:
ສາຍພັນອັນຟາແຜ່ລະບາດໃນ 185 ປະເທດ ແລະ ພື້ນທີ່, ສາຍພັນ ເບຕາພົບໃນ 136 ປະເທດ ດິນແດນ ແລະ ພື້ນທີ່, ສາຍພັນ ແກມມາ ພົບ 136 ປະ
ເທດ ດິນແດນ ແລະ ພື້ນທີ່ ແລະ ສາຍພັນເດວຕາພົບໃນ 142 ປະເທດ ດິນແດນ ແລະ ພື້ນທີ່.

     ຄະນະນີ້, ຍອດຜູ້ຕິດ ເຊື້ອໂຄວິດ- 19 ໃນທົ່ວໂລກສູງເຖິງ 200 ລ້ານຄົນ ພ້ອມດຽວກັນນັ້ນອົງການອະນາໄມໂລກຍັງໄດ້ລະບຸວ່າ: ໄລຍະອາທິດທີ່
ຜ່ານມາ, ທົ່ວໂລກມີຜູ້ຕິດເຊື້ອພະຍາດດັ່ງກ່າວ ເພີ່ມຂຶ້ນຫຼາຍກວ່າ 4,2 ລ້ານ ຄົນ ແລະ ເສຍຊີວິດຫຼາຍກວ່າ 65.000 ສົບເພີ່ມຂຶ້ນເມື່ອທຽບກັບອາທິດ
ກ່ອນໜ້ານັ້ນ.

     ເຂດອາເມຣິກາ ແລະ ເຂດໃກ້ຄຽງທະເລ ປາຊີຟີກ ກວດພົບຜູ້ຕິດເຊື້ອໃໝ່ສູງທີ່ສຸດປະມານ 1,3 ລ້ານຄົນປະມານ 17% ຂອງສະມາຊິກອົງການອະ
ນາໄມໂລກຕິດເຊື້ອ ໂຄວິດ-19 ເພີ່ມຂຶ້ນຫຼາຍກວ່າ 50% ເມື່ອທຽບກັບອາທິດກ່ອນໜ້ານີ້.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 16/08/2021