ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກາ​ນາ​ດາ ສົ່ງ​ກຳ​ປັນ​ແລ່ນ​ຜ່ານ​ຊ່ອງ​ແຄບ​ ​ໃຕ້​ຫວັນ


     ສໍານັກຂ່າວ AFP ລາຍງານ ວັນທີ 12 ກັນຍາ 2019 ວ່າ: ກຳ​ປັນ ຟຣິເກດເອເອັມຊີເອອອດຕາວາ ຂອງ ການາດາ ໄດ້ແລ່ນຜ່ານຊ່ອງແຄບໃຕ້ຫວັນ ເມື່ອວັນຈັນ ແລະ
ວັນອັງຄານທີ່ຜ່ານມາ.

     ກະຊວງປ້ອງກັນປະເທດຂອງ ການາດາ ໄດ້ອອກມາຖະແຫຼງຕໍ່ເຫດດັ່ງກ່່າວວ່າ: ສາເຫດທີ່ເລືອກເສັ້ນທາງນີ້ ເພາະເປັນເສັ້ນທາງທີ່ເໝາະສົມທີ່ສຸດໃນການປະຕິບັດຕາມ
ມາດຕາການຂວໍ້າບາດໃນອາຊີຕາເວັນອອກສ່ຽງເໜືອຂອງຄະນະຄວາມໝັ້ນຄົງແຫ່ງ ສະຫະປະຊາຊາດ ແລະ ການມີປະຕິສໍາພັນກັບອາຊີຕາເວັນອອກສ່ຽງໃຕ້, ກອງທັບເຮືອ
ການາດາ ບໍ່ໄດ້ເຮັດໃນສິ່ງທີ່ເອີ້ນວ່າປະຕິບັດ ການເສລີພາບໃນການເດີນກຳ​ປັນ ເພື່ອທ້າທາຍການອ້າງສິດທິເໜືອດິນແດນຕ່າງໆຂອງປະເທດອື່ນ ແລະ ເຮັດຕາມກອບກົດ
ໝາຍສາກົນ. ລວມໄປເຖິງອານຸສັນຍາສະຫະປະຊາຊາດວ່າດ້ວຍກົດໝາຍ ທາງທະເລ. ກຳ​ປັນຂອງ ການາດາ ສອງລຳເຄີຍແລ່ນຜ່ານຊ່ອງແຄບໃຕ້ຫວັນມາແລ້ວໜຶ່ງຄັ້ງ
ເມື່ອເດືອນ ມິຖຸນາ ທີ່ຜ່ານມາ.

     ທາງດ້ານກະຊວງການຕ່າງປະເທດຂອງ ຈີນ ໄດ້ອອກມາຖະແຫຼງວ່າ: ຈີນ ໄດ້ຄັດຄ້ານຖ້າຫາກກຳ​ປັນຕ່າງຊາດແລ່ນຜ່ານຊ່ອງແຄບໃຕ້ຫວັນຕາມປົກກະຕິ. ແຕ່ບໍ່ຮູ້ວ່າ
ການາດາ ມີຈຸດປະສົງພິເສດໃດຈຶ່ງໄດ້ປະກາດເລື່ອງດັ່ງກ່າວໃຫ້ເປັນເລື່ອງໃຫຍ່ ແລະ ຫວັງວ່າທາງການ ການາດາ ຈະດຳເນີນການຢ່າງເປັນຮູບປະທໍາເພື່ອສະແດງໃຫ້ເຫັນ
ເຖິງເຈດຈໍານົງທີ່ແທ້ຈິງຕໍ່ຈີນ.