ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຣັດເຊຍ ປະກາດລົງ​ໂທດ​ຕໍ່​ບຸກຄົນ​ສຳຄັນ​ຂອງ ອາ​ເມ​ລິ​ກາ

     ຂ່າວສານ ຊິນຮວາ ໃຫ້ຮູ້ວ່າ: ວັນທີ 15 ມີນາ ນີ້, ສຳນັກຂ່າວຕາດ ໄດ້ອ້າງອີງຕາມຖະແຫຼງການຂອງກະຊວງການຕ່າງປະເທດ ຣັດເຊຍ, ໂດຍໃຫ້ຮູ້
ວ່າ ຣັດເຊຍ ໄດ້ປະກາດຈະວາງມາດຕະການລົງໂທດຕໍ່ ທ່ານ ໄບເດນ ປະທານາທິບໍດີ ອາເມຣິກາ ແລະ ບັນດາບຸກຄົນສໍາຄັນຈໍານວນໜຶ່ງຂອງ ອາເມຣິກາ.

     ຂ່າວໃຫ້ຮູ້, ບັນຊີລາຍຊື່ລົງໂທດສ່ວນຕົວຂອງ ຣັດເຊຍ ຕໍ່ ອາເມຣິກາ ລວມມີ 13 ຄົນ, ເຊິ່ງ ລວມມີ ທ່ານ ໄບເດນ ປະທານາທິບໍດີ ອາເມຣິກາ,
ທ່ານ ບຣິງເຄນ ລັດຖະມົນຕີ ກະຊວງການຕ່າງປະເທດ, ທ່ານ ອອດສະຕິນ ລັດຖະມົນຕີ ກະຊວງປ້ອງກັນປະເທດ ແລະ ຍັງມີບຸກຄົນທີ່ສໍາຄັນອື່ນໆ ໄດ້
ລວມຢູ່ໃນບັນຊີລາຍຊື່ການລົງໂທດ.

     ທ່ານ ເຣຢາໂກບ ຮອງລັດຖະມົນຕີ ການຕ່າງປະເທດ ຣັດເຊຍ ກ່າວໃນຊ່ອງໂທລະພາບຂອງ ຣັດເຊຍໃນວັນທີ 12 ມິຖຸນາ ນີ້ວ່າ: ຣັດເຊຍ ໄດ້ກະ
ກຽມບັນຊີລາຍຊື່ການລົງໂທດຕໍ່ອາເມຣິກາ ແລະ ປະເທດຕາເວັນຕົກ ແລະ ຈະປະກາດບັນດາເນື້ອໃນທີ່ກ່ຽວຂ້ອງໃນໄລຍະໃກ້ໆນີ້.

ແຫຼ່ງທີ່ມາ: ໜັງສືພິມ ກອງທັບ
ວັນທີ 17/03/2022