ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຕວກກີ ຂັດ​ຄ້ານ​ ຊູແອັດ ​ແລະ ແຟັງລັງ ​ໃນການຈະ​ເຂົ້າ​ຮ່ວມ​ກຸ່ມ​ ນາ​ໂຕ


     ສໍານັກຂ່າວ ກຽວໂຕ ລາຍງານໃນວັນທີ 16 ພຶດສະພາ ນີ້ວ່າ:ທ່ານ ເມຟຸດ ຄາວູໂຊກຸນ ລັດຖະມົນຕີກະຊວງການຕ່າງປະເທດ ຕວກກີ ມີຄວາມກັງ
ວົນໃນກໍລະນີຂອງປະເທດ ຊູແອັດ ແລະ ແຟັງລັງ ຕ້ອງການຈະເຂົ້າຮ່ວມເປັນສະມາຊິກນາໂຕ ເນື່ອງຈາກທັງສອງປະເທດສະໜັບສະໜູນກອງກໍາລັງ ຊາວ
ເຄີດ ເຊິ່ງເປັນກຸ່ມກໍ່ ການຮ້າຍຈຶ່ງຕ້ອງການລະງັບຄວາມຕ້ອງການດັ່ງກ່າວ.

     ທ່ານ ເມຟຸດ ກ່າວທີ່ນະຄອນຫຼວງແບັກແລັງປະເທດ ເຢຍລະມັນ ໃນກອງປະຊຸມຂອງອົງການນາໂຕສະແດງຄວາມກັງວົນຕໍ່ການທີ່ປະເທດ ແຟັງລັງ
ແລະ ຊູແອັດ ມີຄວາມຕ້ອງການທີ່ຈະເຂົ້າຮ່ວມເປັນສະມາຊິກຂອງອົງການນາໂຕ ເນື່ອງຈາກວ່າທັງສອງປະເທດນັ້ນໄດ້ໃຫ້ການສະໜັບສະໜູນກອງກໍາລັງ
ຊາວເຄີດພີເຄເຄ ໃນປະເທດ ຕວກກີ ເຊິ່ງເປັນກຸ່ມກໍ່ການຮ້າຍ ແລະ ປະຊາຊົນສ່ວນຫຼາຍຂອງຕວກກີຕ້ອງການໃຫ້ ທ່ານ ເມຟຸດ ເຂົ້າຮ່ວມເຈລະຈາກັບ
ລັດຖະມົນຕີກະຊວງ ການຕ່າງປະເທດຂອງທັງສອງປະເທດ ເພື່ອເປັນການຢຸດຄວາມ ຕ້ອງການດັ່ງກ່າວ.

     ຂະນະທີ່ ທ່ານ ອີວານ ຄໍຊອກ ລັດຖະມົນຕີຕ່າງປະເທດ ສະໂລວາກີ ກ່າວວ່າ: ສະມາຊິກຂອງອົງການນາໂຕ 30 ປະເທດ ລ້ວນແຕ່ໃຫ້ການສະໜັບ
ສະໜູນແຟັງລັງ ແລະ ຊູແອັດ ເຂົ້າເປັນສະມາຊິກ ນາໂຕ.

ແຫຼ່ງທີ່ມາ: ໜັງສືພິມ ກອງທັບ
ວັນທີ 17/05/2022