ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພິທີ​ໄຫ້ວອາ​ໄລ ທົ່ວ​ປະ​ເທດ​ແກ່​ອະ​ດີດ​ເລຂາທິການ​ໃຫຍ່ ​ເລຂາ ຟຽວ ​ໄດ້​ຈັດ​ຂຶ້ນ​ຢ່າງ​ສົມ​ກຽດ


     ງານຊາປະນະກິດສົບລະດັບຊາດຂອງອະດີດເລຂາທິການໃຫຍ່ແຫ່ງ ສສ ຫວຽດນາມ ໄດ້ດຳເນີນເປັນເວລາ 2 ວັນ ໂດຍເລີ່ມຕົ້ນ ໃນເວລາ 8:00 ໂມງເຊົ້າ, ວັນ
ທີ 14-15 ສິງຫາ 2020 ຜ່ານ​ມາເຊິ່ງໃນ ຕອນເຊົ້າວັນທີ 14 , ກອງກຽດຕິຍົດກອງທັບປະຊາຊົນຫວຽດນາມ ໄດ້ປະຕິບັດພິທີຊັກທຸງຊາດລົງ ເຄິ່ງເສົາທີ່ສະໜາມຫຼວງ
ບາດີງຕໍ່ໜ້າສຸສານປະທານ ໂຮ່ຈີມິງ ທີ່ຮ່າໂນ້ຍ.

     ພິທີໄຫ້ວອາໄລແຫ່ງຊາດໃຫ້ແກ່ອະດີດເລຂາທິການໃຫຍ່ ເລຂາ ຟຽວ ໄດ້ເລີ່ມຕົ້ນຂຶ້ນດ້ວຍພິທີ ວາງພວງມາລາເດລີ່ມຈາກຄະນະກຳມະການກົມການເມືອງສູນ
ກາງພັກ, ໂດຍ ທ່ານນາຍົກລັດຖະມົນຕີ ຫງວຽນ ຊວນ ຟຸກ ນຳພາຄະນະ. ຖັດມາແມ່ນຄະນະລັດຖະບານ, ຄະນະຜູ້ແທນສະພາແຫ່ງຊາດ, ຄະນະຜູ້ແທນປະທານ, ຄະ
ນະຜູ້ແທນຄະນະກຳມະການສູນກາງແນວລາວສ້າງຊາດຫວຽດນາມ ທີ່ຫໍປະຊຸມນະຄອນໂຮ່ຈີມິງ, ຄະນະຜູ້ແທນຄະນະພັກນະຄອນ, ສະພາປະຊາຊົນ, ຄະນະກຳມະການ
ປະຊາຊົນ ຄະນະກຳມະການສູນກາງແນວລາວສ້າງຊາດ ນໍາໂດຍທ່ານ ຫງວຽນ ທ້ຽນ ເຍີນ. ຢູ່ແຂວງ ແທງຮວາ, ທ່ານ ຈິງ ວັນຈຽນ, ເລຂາພັກແຂວງ, ປະທານສະພາ
ປະຊາຊົນແຂວງ ໄດ້ນໍາພາຄະນະນຳແຂວງ ແທງຮວາ ໄຫ້ວອາໄລທີ່ຫໍ 25B, ເມືອງ ແທງຮວາ.

     ພິທີໄວ້ອາໄລໄດ້ດຳເນີນໄປຈົນຮອດເວລາ 12 ໂມງ ຂອງວັນທີ 15 ສິງຫາ, ທີ່ຫໍພິພິທະພັນແຫ່ງຊາດ, ເລກທີ 5 ເຈີ່ນແທງຕົງ, ຮ່າໂນ້ຍ, ໃນເວລາ 12 ໂມງ 30 ນາ
ທີ ຂອງວັນດຽວກັນ, ພິທີຝັງສົບ​ແມ່ນ​ຈັດ​ຂຶ້ນທີ່ສຸສານແຫ່ງຊາດມາຍຢິກ, ຮ່າໂນ້ຍ.