ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫຼາຍປະເທດໃນເອີຣົບຢຸດ​ການ​ສັກ​ວັກ​ຊີ​ນ Astra Zeneca ຊົ່ວຄາວ


ວັກຊີນ Astra Zeneca

     ສຳນັກຂ່າວຊິນຮວາໃຫ້ຮູ້ໃນ ວັນທີ 16 ມີນາ ນີ້ວ່າ: ຫຼາຍປະເທດໃນເອີຣົບໄດ້ປະກາດໂຈະການນຳໃຊ້ວັກຊີນ AstraZeneca ຊົ່ວຄາວ.

     ກະຊວງສາທາລະນະສຸກຂອງປະເທດ ອຽກລັງ ໄດ້ຢືນຢັນໃນວັນ ທີ 14 ມີນາ ວ່າ: ປະເທດ ອຽກລັງ ໄດ້ໂຈະການໃຊ້ວັກຊີນ Astra­Zeneca, ໂດຍ
ຮອງຫົວໜ້າພະແນກການແພດຂອງ ກະຊວງສາທາລະນະສຸກອຽກລັງກ່າວໃນຖະແຫຼງການວ່າ: ຄະນະກຳມະການທີ່ປຶກສາແຫ່ງຊາດ ກ່ຽວກັບການສັກຢາ
ປ້ອງກັນພະຍາດ ແຫ່ງປະເທດ ອຽກລັງ ໄດ້ຮັບລາຍງານຈາກອົງການການຢາປະເທດ ນອກແວ ໃນຕອນແລງຂອງ ວັນທີ 13 ມີນາ ວ່າ: ມີ 4 ຄົນໃນປະ
ເທດ ນອກເເວ ໄດ້ພົບເຫັນວ່າມີບັນຫາກະທົບໃນເສັ້ນເລືອດທີ່ຮ້າຍແຮງ ຫຼັງຈາກ ການສັກຢາປ້ອງກັນ AstraZeneca. ປັດຈຸບັນອົງການທີ່ກ່ຽວຂ້ອງກໍາ
ລັງສືບສວນຫາສາເຫດ.

     ປະເທດໂຮນລັງ ແລະ ພາກເໜືອຂອງອີຕາລີກໍໄດ້ໂຈະການສັກຢາປ້ອງກັນໃນມື້ດຽວກັນ. ເນື່ອງຈາກຄູສອນຄົນໜຶ່ງຢູ່ເມືອງ Piedmont ປະເທດ ອີຕາ
ລີ ໄດ້ເສຍຊີວິດຫຼັງຈາກໄດ້ຮັບການສັກຢາວັກຊີນຢູ່ໃນທ້ອງຖິ່ນ, ອົງການການຢາທ້ອງຖິ່ນກໍາລັງສືບສວນຫາສາເຫດຂອງການເສຍຊີວິດ ແມ່ນກ່ຽວພັນກັບ
ການສັກຢາປ້ອງກັນຫຼືບໍ່.

     ໃນອາທິດທີ່ຜ່ານມາ, ຫຼາຍໆ ປະເທດທີ່ໃນເອີຣົບເຊັ່ນ: ປະເທດຊູແອດ, ນອກເເວ, ອຽກລັງ, ບຸນກາຣີ ແລະ ປະເທດອື່ນໆ ໄດ້ໂຈະການສັກຢາປ້ອງກັນ
ພະຍາດຊົ່ວຄາວຄືກັນ. ກ່ອນໜ້ານີ້ ໂອຕຣິດ, ອີຕາລີ, ລຸກຊໍາບວກ, ເເອັດສະໂຕນີ, ລິດຕົວນີ, ລັດເວຍ ແລະ ຣູມານີ ກໍໄດ້ຢຸດເຊົາສັກຢາວັກຊີນ Astra
Zeneca ຄືກັນ.

     ວັກຊີນ Astra Zeneca ແມ່ນວັກຊີນທີ່ພັດທະນາ ໂດຍບໍລິສັດ Astra Zeneca, ເຊິ່ງເປັນບໍລິສັດ ຮ່ວມທຶນລະຫວ່າງ ອັງກິດ ແລະ ຊູແອດ.