ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ບໍລິສັດໃຫຍ່ດ້ານພະລັງງານຂອງ​ ອາຣາບີ ຊາອຸດິດ ​ໄດ້​ກຳ​ໄລ​ສູງ 80% ​ໃນ​ມາດຕາ​ທຳ​ອິດ​ຂອງ​ປີ


     ສໍານັກຂ່າວກຽວໂດລາຍງານໃນວັນທີ 17 ພຶດສະພາ ໃຫ້ຮູ້ວ່າ: ບໍລິສັດຊາອຸດິດອາຣາມໂກ ເຊິ່ງເປັນລັດວິສາຫະກິດດ້ານພະລັງງານໃຫຍ່ທີ່ສຸດໃນປະ
ເທດ ອາຣາບີ ຊາອຸດິດ ລາຍງານກ່ຽວກັບລາຍໄດ້ປະຈໍາໄຕມາດທໍາອິດຂອງປີນີ້ຢູ່ທີ່ປະມານ 39.500 ລ້ານໂດລາສະຫະລັດ ໂດຍເພີ່ມຂຶ້ນຈາກ 21.700
ລ້ານໂດລາສະຫະລັດ ໃນໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນປະມານ 82%. ທ່ານ ອາມິນ ນາເຊີ ປະທານຄະນະເຈົ້າໜ້າທີ່ບໍລິຫານຂອງບໍລິສັດກ່າວ
ວ່າ: ຕົວເລກທີ່ລະບຸດັ່ງກ່າວສະແດງໃຫ້ເຫັນວ່າ: ຄວາມໝັ້ນຄົງທາງດ້ານພະລັງງານ ເປັນບັນຫາສໍາຄັນ ແລະ ບໍລິສັດໄດ້ວາງແຜນການລົງທຶນກ່ຽວກັບບັນ
ຫາດັ່ງກ່າວໃນໄລຍະຍາວຢູ່ສະເໝີ ເພື່ອເຮັດໃຫ້ປະລິມານການຜະລິດສອດຄ່ອງກັບຄວາມຕ້ອງການທີ່ກໍາລັງເພີ່ມສູງຂຶ້ນເລືື້ອຍໆ.

     ທັງນີ້, ກິດຈະກໍາທາງດ້ານເສດຖະກິດໃນທົ່ວໂລກໄດ້ກັບມາຂັບເຄື່ອນນັບຕັ້ງແຕ່ຕົ້ນປີນີ້ເປັນຕົ້ນມາ, ເນື່ອງຈາກສະຖານະການການແຜ່ລະບາດຂອງ
ພະຍາດໂຄວິດ-19 ມີທ່າທີດີຂຶ້ນຫຼາຍແລ້ວໃນສະພາບລວມຫຼາຍປະເທດກໍາລັງຄ່ອຍໆຜ່ອນຜັນມາດຕະການຄວບຄຸມເຊື້ອພະຍາດ ເຮັດໃຫ້ຄວາມຕ້ອງ
ການໃຊ້ພະລັງງານເພີ່ມຂຶ້ນ.

     ອີກຢ່າງໜຶ່ງລາຄານໍ້າມັນໃນຕະຫຼາດໂລກກໍ່ເພີ່ມສູງຂຶ້ນໃນຮອບ 14 ປີ. ໂດຍໃນໄລຍະອາທິດທໍາອິດທີ່ ຣັດເຊຍ ມີການປະຕິບັດການທາງທະຫານໃນ
ອູແກຣນ ລາຄານໍ້າມັນແມ່ນຫຼຸດລົງເລັກໜ້ອຍ, ແຕ່ຫຼັງຈາກນັ້ນ ລາຄານໍ້າມັນກໍໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ດັ່ງນັ້ນຈຶ່ງເຮັດໃຫ້ ບໍລິສັດຊາອຸດິດອາຣາມໂກ ມີ
ກໍາໄລ ແຊງໜ້າບໍລິສັດແອບເປີ້ນຂອງ ສະຫະລັດອາເມຣິກາ ຂຶ້ນສູ່ການເປັນບໍລິສັດເຊິ່ງມີມູນຄ່າສູງທີ່ສຸດໃນຕະຫຼາດໂລກປະມານ 2,43 ລ້ານລ້ານໂດລາ
ສະຫະລັດ.

ແຫຼ່ງທີ່ມາ: ໜັງສືພິມ ກອງທັບ
ວັນທີ 18/05/2022