ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

23 ຄົນ​ ເສຍ​ຊີວິດ​ຈາກ​ການ​ປະ​ທະ​ກັນ​ໃນ​ປະ​ເທດ ອາ​ຟຣິກາ​ກາງ


     ສຳນັກຂ່າວ ອານຈາຊີຣາ ລາຍງານໃນວັນທີ 16 ກັນຍາ 2019 ນີ້ວ່າ: ໜ່ວຍງານສັງເກດ ການດ້ານມະນຸດສະທຳຂອງອົງການ ສປຊ ປະຈຳຢູ່ ອາຟຣິກາ ກາງໄດ້ໃຫ້
ຮູ້ວ່າ: ຈາກກໍລະນີທີ່ມີ ການປະທະກັນຂອງກຸ່ມຕິດອາວຸດສອງກຸ່ມຢູ່ໃນເຂດ ບີຮາໂອ ເຊິ່ງຕິດກັບຊາຍແດນປະເທດ ຊູດັງ ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 23 ຄົນ ແລະ ບາດ
ເຈັບຈຳນວນຫຼາຍ.

     ການປະທະກັນໃນຄັ້ງນີ້ເກີດຂຶ້ນເມື່ອວັນທີ 15 ກັນຍາ ທີ່ຜ່ານມາ, ໂດຍເປັນການຜະເຊີນໜ້າກັນຂອງສອງກຸ່ມຕິດອາວຸດຄື: ກຸ່ມອະນຸລັກນິຍົມ ອາຟຣິກາກາງ ແລະ
ກຸ່ມອິດສະຫຼະຮຽກຮ້ອງຄວາມຍຸຕິທຳ ອາຟຣິກາກາງ, ເຊິ່ງຕ່າງຝ່າຍຕ່າງມີຈຸດຢືນທີ່ບໍ່ຄືກັນ ແລະ ບໍ່ຍອມຮັບຈຸດຢືນຂອງຝ່າຍກົງກັນຂ້າມ. ໂດຍສະເພາະແນວຄິດອຸດົມ
ການທາງດ້ານການເມືອງ ຈົນນຳໄປສູ່ຄວາມຂັດແຍ້ງ ແລະ ນໍາໃຊ້ອາວຸດສົງຄາມຈົນເປັນເຫດໃຫ້ມີຜູ້ເສຍຊີວິດດັ່ງກ່າວ.

     ກ່ອນໜ້ານີ້ ເມື່ອເດືອນ ກຸມພາ 2019 ທີ່ຜ່ານມາ ລັດຖະບານແຫ່ງ ອາຟຣິກາກາງ ໄດ້ປະກາດກົດໄອຍະການເສິກໃນພື້ນທີ່ບໍລິເວນດັ່ງກ່າວ ພ້ອມທັງສົ່ງເຈົ້າໜ້າທີ່
ທະຫານກອງກຳລັງປະສົມຂອງ ສປຊ ຈຳນວນ 1.200 ຄົນ ມາປະຈໍາການ, ເນື່ອງຈາກວ່າ: ທັງສອງກຸ່ມປະທະກັນຢ່າງ ຮຸນແຮງ, ສ້າງຄວາມແຕກແຍກແບ່ງຝ່າຍກັນຢ່າງ
ຊັດເຈນ. ຕໍ່ມາເມື່ອສະຖານະການເຂົ້າສູ່ພາວະປົກກະຕິ ລັດຖະບານຈຶ່ງມີຄຳສັ່ງຍົກເລີກກົດໄອຍະການເສິກໃນຕົ້ນເດືອນ ກັນຍາ ນີ້, ແຕ່ວ່າເວລາ ຜ່ານໄປບໍ່ພໍເທົ່າໃດມື້ກໍ
ເກີດເຫດການນີ້ຂຶ້ນ.

     ຢ່າງໃດກໍຕາມ ຕໍ່ກັບເຫດການທີ່ເກີດຂຶ້ນທັງສອງຝ່າຍຕ່າງກໍອອກມາສະແດງຄວາມຮັບຜິດ ຊອບແຕ່ຕ່າງຝ່າຍຕ່າງປະຕິເສດວ່າຕົວເລກຂອງຜູ້ເສຍຊີວິດນັ້ນເປັນຂອງ
ຝ່າຍກົງກັນຂ້າມ.