ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈີນ-ຣັດ​ເຊຍ ສືບຕໍ່ການ​ຮ່ວມ​ມື​ວຽກງານຫຼາຍດ້ານ​ໃນ​ຍຸກ​ໃໝ່


     ສໍານັກຂ່າວຊິນຮວາໃຫ້ຮູ້ວ່າ: ວັນທີ 15 ພະຈິກ ນີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ພົບປະກັບທ່ານ ປູຕິນ ປະທານາທິບໍດີຣັດເຊຍ ຢູ່ແບຼກຊີເຣຍ ປະເທດ
ຣັດເຊຍ.

     ທ່ານ ສີຈິ້ນຜິງ ໄດ້ກ່າວໃນທີ່ປະຊຸມວ່າ: ປີນີ້ແມ່ນປີທີ່ມີຄວາມໝາຍສຳຄັນສຳລັບການພົວພັນ ຈີນ - ຣັດເຊຍ ໃນອານາຄົດ. ໃນໄລຍະຜ່ານມາ, ສອງຝ່າຍໄດ້ສະ
ເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຄົບຮອບ 70 ປີ ແລະ ຈັດກິດຈະກຳທີ່ມີສີສັນຕ່າງໆ. ການຮ່ວມມືແລກປ່ຽນທ້ອງຖິ່ນລະຫວ່າງຈີນ-ຣັດເຊຍ ໃນປີກາຍ
ນີ້ໄດ້ປະສົບຜົນສຳເລັດຢ່າງຈົບງາມ, ການພັດທະນາສາຍພົວພັນຮ່ວມມືຍຸດທະສາດ ຮອບດ້ານລະຫວ່າງຈີນ-ຣັດເຊຍ ໃນຍຸກໃໝ່ໄດ້ຊຸກຍູ້ສາຍພົວພັນລະຫວ່າງສອງປະ
ເທດ ກ້າວໄປສູ່ປະຫວັດສາດອັນໃໝ່.

     ທັງສອງປະເທດຄວນມີການລິເລີ່ມກິດຈະກໍາຮ່ວມກັນອີກໃນຫຼາຍດ້ານ. ສອງຝ່າຍຄວນສືບຕໍ່ສົມທົບກັນ ເພື່ອພັດທະນາ ແລະ ປ່ຽນແປງສະຖານະການສາກົນ ໄປ
ກັບການຜັນແປຂອງໂລກຍຸກໃໝ່, ປະດິດສ້າງສິ່ງໃໝ່ຂຶ້ນຕາມຄວາມຕ້ອງການຂອງປະເທດຕົນ ແລະ ໃຫ້ການຮ່ວມມືລະຫວ່າງສອງປະເທດ, ສົ່ງເສີມການພົວພັນຈີນ-ຣັດ
ເຊຍ ໃຫ້ມີທ່າແຮງພັດທະນາໃນທາງບວກ, ສືບຕໍ່ບັນລຸໝາກຜົນໃໝ່ ແລະ ສ້າງຜົນປະໂຫຍດໃຫ້ປະຊາຊົນສອງປະເທດໃຫ້ດີຂຶ້ນ.

     ທ່ານ ປູຕີນ ກ່າວວ່າ: ສະຖານະການສາກົນໃນປັດຈຸບັນຍັງສືບຕໍ່ມີການປ່ຽນແປງທີ່ສັບສົນ ແລະ ເລິກເຊິ່ງ, ປັດໄຈທີ່ບໍ່ໝັ້ນຄົງ ແລະ ບໍ່ແນ່ນອນກໍຍິ່ງມີໂອກາດເພີ່ມຂຶ້ນ.
ຈີນ ແລະ ຣັດເຊຍ ຄວນປະສານງານການພົວພັນຮ່ວມມືຍຸດທະສາດຢ່າງໃກ້ຊິດ, ຮ່ວມກັນຮັກສາມາດຕະຖານພື້ນຖານຂອງການພົວພັນສາກົນ, ຄັດຄ້ານລັດທິຝ່າຍດຽວ
ແລະ ການຂົ່ມເຫັງ, ຄັດຄ້ານການແຊກແຊງເຂົ້າໃນວຽກງານຂອງປະເທດ ອື່ນ, ປົກປ້ອງອະທິປະໄຕ ແລະ ຄວາມໝັ້ນຄົງ ແລະ ຮ່ວມກັນສ້າງສະພາບແວດລ້ອມສາກົນທີ່ມີ
ຄວາມຍຸດຕິທຳ.