ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອິດສະຣາແອນ ​ໂຈມຕີກຸ່ມຮິ​ບໍ​ເລາະ ​ໃນ​ຊີຣີ ​ເສຍ​ຊີວິດຫຼາຍກວ່າ 40 ຄົນ


     ຕາມການລາຍງານຂອງສໍານັກຂ່າວເອພີ ໃນວັນທີ 14 ມັງກອນ, ໂດຍອີງຕາມຖະແຫຼງການຂອງສູນສັງເກດການດ້ານສິດທິມະນຸດ ຊີຣີ ແຫ່ງ ອັງກິດ
ລະບຸວ່າ: ຝູງບິນຮົບຂອງ ກອງທັບ ອິດສະຣາແອນ ໄດ້ໂຈມຕີເປົ້າໝາຍຫຼາຍກວ່າ 18 ຖ້ຽວບິນ ທາງທິດຕາເວັນອອກຂອງ ຊີຣີ ຕັ້ງແຕ່ ເມືອງ ເດອີເອດເຊີ
ຈົນໄປຮອດເຂດແດນຂອງ ອີຣັກ ເຮັດໃຫ້ທະຫານ ຊີຣີ ເສຍຊີວິດ 9 ຄົນ ແລະ ນັກຮົບຮິບໍເລາະ ອີກ 31 ຄົນ ແລະ ມີຜູ້ໄດ້ຮັບ ບາດເຈັບອີກຢ່າງໜ້ອຍ
37 ຄົນ.

     ພື້ນທີ່ດັ່ງກ່າວເປັນຖານປະຕິບັດການຂອງກຸ່ມ ຮິບໍເລາະ ທີ່ໄດ້ຮັບການສະໜັບສະໜູນຈາກ ອີຣານ. ແຫຼ່ງຂ່າວລາຍງານຕື່ມອີກວ່າ: ການໂຈມຕີເກີດ
ຂຶ້ນພຽງບໍ່ພໍເທົ່າໃດວັນ ພາຍຫຼັງໄດ້ຮັບລາຍງານຈາກໜ່ວຍຂ່າວລັບຂອງ ອິດສະຣາແອນ ວ່າ: ໄດ້ມີການລໍາລຽງອາວຸດຈໍານວນຫຼາຍຈາກ ອີຣານ ໂດຍ
ຂ້າມແດນຈາກອີຣັກ ເຂົ້າສູ່ພາກຕາເວັນອອກຂອງ ຊີຣີ ແລະ ອິດສະຣາແອນ ບໍ່ຕ້ອງການໃຫ້ເລື່ອງເກີດໂດ່ງດັງເລີຍຊິງລົງມືກ່ອນ.

     ດ້ານກຸ່ມສິດທິມະນຸດ ຊີຣີ ກ່າວ ວ່າ: ການໂຈມຕີທາງອາກາດຂອງເຄື່ອງບິນຮົບ ອິດສະຣາແອນ ຄັ້ງນີ້ ຖືວ່າຮຸນແຮງທີ່ສຸດໃນພື້ນທີ່ຕາເວັນອອກຂອງ
ຊີຣີ ໃນຮອບ 3 ປີທີ່ຜ່ານມາ, ເນື່ອງຈາກເມື່ອສາມປີກ່ອນ ກໍໄດ້ມີການໂຈມຕີໃນລັກສະນະນີ້ ເຮັດໃຫ້ມີທະຫານ ຊີຣີ ແລະ ນັກຮົບຮັບຈ້າງ ຮິບໍເລາະ ເສຍ
ຊີວິດເຖິງ 55 ຄົນ.