ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນໂທ ຟ້າມ ຮວ່າຍ ນາມ ໃຫ້ການຕ້ອນຮັບ
ທ່ານ ເອກອັກຄະລັດຖະທູດ ໂປໂລຍ ປະຈໍາ ຫວຽດນາມ

     ໃນຕອນບ່າຍວັນທີ 17 ມັງກອນນີ້, ທີ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານ ພົນ​ໂທ ຟ້າມ ຮວ່າຍ ນາມ, ກໍາມະການສູນກາງພັກ, ຮອງລັດຖະ
ມົນຕີກະຊວງປ້ອງກັນປະເທດ ໄດ້ໃຫ້ການຕ້ອນຮັບທ່ານ Wojciech Gerwel ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະ​ລັດ
ໂປ​​ໂລຍ ປະຈຳ ສສ ຫວຽດນາມ.


ທ່ານ ພົນໂທ ຟ້າມ ຮວ່າຍ ນາມ ໃຫ້ການຕ້ອນຮັບ ທ່ານ ເອກອັກຄະລັດຖະທູດ Wojciech Gerwel.

     ຢູ່ທີ່​ການ​ພົບ​ປະ, ທ່ານ ​ພົນ​ໂທ ຟ້າ​ມ ຮວ່າຍ ນາມ ຢັ້ງຢືນ​ວ່າ ຫວຽດນາມ ​ແລະ ​ໂປ​ໂລຍ ມີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ
​ມື​ຫຼາຍ​ດ້ານ, ​ໃນ​ນັ້ນ​ມີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາດ. ຫວຽດນາມ, ຍາມ​ໃດ​ກໍ່​ລະນຶກ​ເຖິງ​ການ​ຊ່ວຍ​ເຫຼືອ​ອັນ​ລ້ຳ​ຄ່າ​ຂອງ ​ໂປ​ໂລຍ ​ໃນ​ສະ​ໄໝສົງຄາມ​ຕໍ່
ຕ້ານ ​ເພື່ອສັນຕິພາບ, ​ເອກະລາດ​ ​ກໍ່​ຄື​ໃນ​ການ​ກໍ່ສ້າງ ​ແລະ ປ້ອງ​ກັນ​​ຊາດ. ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ການ​ຊ່ວຍ​ເຫຼືອ​ຢ່າງ​ທັນ​ການ ​ຂອງ​ລັດຖະບານ
​ໂປ​ໂລຍ ​ໃນ​ການ​ປ້ອງ​ກັນ ​ແລະ ຕ້ານ​ພະຍາດ​ລະບາດ​ ຂອງ​ຫວຽດນາມ, ທ່ານ ​ພົນ​​ໂທ ຟ້າ​ມ ຮ່ວາຍ​ ນາມ ​ເນັ້ນ​ໜັກ​ວ່າ ນີ້​ແມ່ນ​ການສືບ​ຕໍ່​ໂດຍ​ແມ່ນ​ການ
​ຢັ້ງຢືນ​ມູນ​ເຊື້ອ​ອັນ​ດີງາມ​ລະຫວ່າງ​ລັດຖະບານ ​ແລະ ປະຊາຊົນ ຫວຽດ ນາມ ​ແລະ ​ໂປ​ໂລຍ.

     ທ່ານ ​ເອກ​ອັກຄະ​ລັດຖະທູດ Wojciech Gerwel ​ໃຫ້​ຮູ້​ວ່າ: ​ໃນ​ປີ 2020, ຫວຽດນາມ ​ແລະ ​ໂປ​ໂລຍ ​ໄດ້​ສະ​ເຫຼີ​ມສະຫຼອງ 70 ປີ​ ແຫ່ງ​ການ​ສ້າງ
​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ 2 ຝ່າຍ (1950 – 2020). “ໂປໂລຍ ຕ້ອງການ​ທີ່​ຈະຮ່ວມມືຢ່າງແໜ້ນແຟ້ນກັບ ຫວຽດນາມ ໃນຫຼາຍຂົງເຂດ” -ທ່ານເອກ
ອັກຄະລັດຖະທູດ Gerwel ເນັ້ນໜັກວ່າ. ທີ່​ການ​ພົບ​ປະ, 2 ຝ່າຍ​​ໄດ້ຕີ​ລາຄາ​​ເຖິງການ​ພົວພັນ​ຮ່ວມ​ມື​ ດ້ານ​ປ້ອງ​ກັນຊາ​ດ ລະຫວ່າງ 2 ປະ​ເທດ ​ໃນ​ຊຸມ​ປີ​
ມໍ່ໆ​ມາ​ນີ້ ​ໂດຍ​ໄດ້​ສືບ​ຕໍ່​ສຸມ​ໃສ່​ການຊຸກຍູ້, ພິ​ເສດ ​ແມ່ນ​ນັບ​ແຕ່ 2 ຝ່າຍ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ​ ຂອງ
​ທັງ​ສອງ​ຝ່າຍ (ປີ 2010), ພົ້ນ​ເດັ່ນ​ກໍ່​ຄື​ໃນຂົງ​ເຂດ​ຕ່າງໆ ​ເຊັ່ນ ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ, ກໍ່​ສ້າງ​ຊັບພະຍາກອນ​ມະນຸດ ​ແລະ ອຸດສາຫະກຳ​ປ້ອງ​ກັນ​ຊາດ. ​ແນວ​ໃດ​ກໍ​ຕາມ, ​ເນື່ອງ​ຈາກ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19, ​ແຕ່​ປີ 2020 ​ໄດ້​ມີ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ​ສອງ​ຝ່າຍ​​ທີ່​ໄດ້​ຖືກ
​ເລື່ອນ​ອອກ​ໄປ.

     2 ຝ່າຍ​ເຫັນ​ດີ​ເປັນ​ເອກະພາບກັນ​ວ່າ, ​ໃນ​ໄລຍະ​ທີ່ຈະ​ເຖິງນີ້​ ໃຫ້​ມີ​ການສືບ​ຕໍ່​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາດ ​ດ້ວຍ​ຮູບ​ການ​ຜັນ​ແປ, ເໝາະ​ສົມ​ກັບ​ສະພາບ
​ການ​ແຜ່​ລະບາດ, ສຸມ​ໃສ່​​ໃນ​ບັນດາ​ຂົງ​ເຂດ​ຕ່າງໆຄື: ຮັກສາ​​ໄດ້​ໃນ​ການແລກປ່ຽນ​ຄະນະ​ຜູ້​ແທນ; ຕິດ​ຕໍ່​ພົວ​ພັນ​ທຸກ​ຂັ້ນ, ພິ​ເສດ​ແມ່ນ​ຂັ້ນ​ສູງ​ໃນ​ຮູບ​ແບບ​ທີ່​
ເໝາະ​ສົມ ​​ແນ​ໃສ່​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ​ໃນ​ສະ​ພາບ​ການ​ໃໝ່; ອຸດສາຫະກໍາປ້ອງກັນຊາດ; ກໍ່ສ້າງຊ່ຽວຊານ...ກ່ອນ​ອື່ນ,  ທັງ 2 ຝ່າຍ
​ຈະ​ໄດ້​ຊຸກຍູ້​ການ​ແລກປ່ຽນ ​ແລະ ຮັບຮອງ​ເອົາ​ແຜນການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດ ຫວຽດນາມ - ​ໂປ​ໂລຍ ​ໃນ​ປີ 2022 ​ໂດຍ​ໄວ.

ແຫຼ່ງທີ່ມາ: ຫງວຽນ ຫາຍ
ວັນທີ 19/01/2022