ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຜູ້ນຳ ຕາ​ລີ​ບັນ ຢູ່ ປາ​ກິດ​ສະຖານ ຖືກ​ສັງຫານ


     ສໍານັກຂ່າວ ອານຈາຊີຣາ ລາຍງານໃນວັນທີ 18 ກຸມພາ ນີ້ວ່າ: ກຳລັງກຸ່ມຕາລີບັນ ຢູ່ປາກິດສະຖານໄດ້ອອກມາຢັ້ງຢືນວ່າ: ຜູ້ບັນຊາການຂັ້ນສູງຂອງກຳລັງຕົນ ໄດ້
ເສຍຊີວິດຍ້ອນຖືກລູກລະເບີດຢູ່ທາງທິດຕະເວັນອອກ ອາຟການິດສະຖານ ຈາກການໂຈມຕີທາງອາກາດຂອງກອງກໍາລັງ ພັນທະມິດຝ່າຍລັດຖະບານ.

     ເຊີຫາຢາ ມັດຊູ ຜູ້ບັນຊາການກຸ່ມປະກອບອາວຸດ TTP ຫຼື ຜູ້ບັນຊາການຂອງກຸ່ມຕາລີບັນ, ເຊິ່ງຜູ້ກ່ຽວມີອິດທິພົນກວ້າງຂວາງໃນປະເທດປາກິດສະຖານ ໃນການວາງ
ແຜນການກໍ່ການຮ້າຍ ແລະ ໂຈມຕີໃນລັກສະນະຕ່າງໆ. ເພື່ອຕໍ່ຕ້ານກັບຝ່າຍລັດຖະບານ, ຈາກຂໍ້ມູນເບື້ອງຕົ້ນໃຫ້ຮູ້ວ່າ: ມັດຊູ ເສຍຊີວິດໃນຂະນະທີ່ໄປເຄືອນໄຫວຢູ່ທາງ
ທິດຕະເວັນອອກອາຟະການິດສະຖານ. ກ່ອນໜ້ານັ້ນລູກນ້ອງຄົນສຳຄັນຂອງມັດຊູ 2 ຄົນ ກໍຖືກສັງຫານຈາກການປະທະກັນກັບກຳລັງປ້ອງກັນຄວາມສະຫງົບອາຟການິດ
ສະຖານ.

     ບັນດາການກະທຳດັ່ງກ່າວ ຖືກດຳເນີນໄປໃນສະພາບທີ່ ອາເມຣິກາ ແລະ ກຳລັງຕາລີບັນຢູ່ອາຟການິດສະຖານ ພວມຮັບຮູ້ບາດກ້າວຄວາມຄືບໜ້າດີພໍສົມຄວນ ໃນ
ບັນດາການເຈລະຈາສັນຕິ ພາບ ແລະ ນັບມື້ນັບກ້າວເຂົ້າໃກ້ກັບຂໍ້ຕົກລົງຊົ່ວຄາວກ່ຽວກັບການຫຼຸດຜ່ອນການໃຊ້ຄວາມຮຸນ ແຮງຢູ່ອາຟການິດສະຖານ ແລະ ອາເມຣິກາ,
ຖ້າວ່າການເຈລະຈາເປັນໄປຕາມແຜນການມັນຈະສົ່ງຜົນທັນທີຕໍ່ປະເທດປາກິດສະຖານເຊັ່ນກັນ.