ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ບັນຫາ​ການຈຳ​ແນ​ກສີ​ຜິວ​ໃນ​ທົ່ວ​ໂລກ​ຍັງ​ແກ້​ໄຂ​ບໍ່​ຕົກ


ທ່ານ ນາງ ຈາຊີນດາ ອາເດິນ ນາຍົກ ລັດຖະມົນຕີນູແວນເຊລັງ

     ສໍານັກຂ່າວເອເອັບພີລາຍງານ ໃນວັນທີ 16 ມີີນາ ນີ້ວ່າ: ທ່ານ ນາງ ຈາຊີນດາ ອາເດິນ ນາຍົກ ລັດຖະມົນຕີ ນູແວນເຊລັງ ກ່າວເນື່ອງໃນວັນຄົບ
ຮອບ 2 ປີ ຈາກ ເຫດຊາຍຊາວ ອົດສະຕຣາລີ ໃຊ້ ປືນກວດຍິງຊາວມຸດສະລິມ ທີ່ໂບດ ໃນປະເທດ ນູແວນເຊລັງ ວ່າ: ທົ່ວໂລກຍັງຄົງຈໍາເປັນຕ້ອງປຶກສາ
ຫາລືແກ້ໄຂບັນຫາ ກ່ຽວກັບການຈໍາແນກເຊື້ອຊາດສີຜິວ ແລະ ແນວຄິດຍົກສູງຄົນຜິວຂາວ.

     ເບນຕັນ ທາແຣນ ຄົນສັນຊາດ ອົດສະຕຣາລີ ອາຍຸ 30 ປີ ໃຊ້ອາວຸດປືນກວດຍິງໃສ່ຜູ້ຄົນ ໃນຄັ້ງນັ້ນ ເຮັດໃຫ້ມີຜູ້ເສຍຊີວິດ 15 ຄົນ ແລະ ມີຜູ້ໄດ້
ຮັບບາດເຈັບອີກຫຼາຍສິບຄົນ, ເຫດເກີດຂຶ້ນເມື່ອ ວັນທີ 15 ມີນາ 2019 ໂດຍ ເບນຕັນ ທາແຣນ ໄດ້ປະກາດອຸດົມການ ແລະ ກ່າວຄໍາເວົ້າທີ່ມີເນື້ອໃນ
ຈໍາແນກເຊື້ອຊາດ ສີຜິວກ່ອນຈະກໍ່ເຫດກວດຍິງ ພ້ອມທັງຖ່າຍທອດສົດຜ່ານທາງເຟດບຸກ. ການກໍ່ເຫດຮຸນແຮງດັ່ງກ່າວໄດ້ ເຮັດໃຫ້ເກີດຈຸດປະກາຍ ໃຫ້
ຄົນທົ່ວໂລກເກີດການຖົກຖຽງກັນເລື່ອງໄພຄຸກຄາມຂອງແນວຄວາມຄິດຍົກສູງຄົນຜິວຂາວ.

     ທ່ານ ນາງ ຈາຊີນດາ ອາເດິນ ໄດ້ກ່າວໃນງານຖະແຫຼ່ງຂ່າວ ເນື່ອງໃນວັນລະນຶກເຖິງເຫດການຄັ້ງນັ້ນວ່າ: ທົ່ວໂລກຈໍາເປັນຕ້ອງປຶກສາຫາລືແກ້ໄຂບັນ
ຫາກ່ຽວ ກັບເລື່ອງດັ່ງກ່າວ ແລະ ຜົນເນື່ອງຈາກເຫດຄັ້ງນັ້ນເຮັດໃຫ້ປະເທດ ນູແວນເຊລັງ ຕ້ອງແກ້ໄຂບັນຫາໃນປະເທດເຊັ່ນດຽວກັນ, ທ່ານຄິດວ່າມັນບໍ່
ມີຄວາມຍຸຕິທໍາຕໍ່ຊາວມຸດສະລິມ ໃນນູແວນເຊລັງ ຫຼື ທົ່ວໂລກ. ດັ່ງນັ້ນຜູ້ນໍາໂລກຈຶ່ງຈໍາເປັນເຮັດໜ້າທີ່ຮັບຜິດຊອບເປັນກະບອກສຽງ ເພື່ອຢັບຢັ້ງປ້ອງກັນ
ບັນຫາການຈໍາແນກເຊື້ອຊາດສີຜິວ ແລະ ແນວຄິດຍົກສູງຄົນຜິວຂາວ.