ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເພີ່ມການ​ຮ່ວມ​ມື​​ດ້ານ​ເສດຖະກິດ-ການ​ຄ້າລະຫວ່າງ ຫວຽດນາມ ແລະ ສ ເຊັກ


ຫວຽດນາມ ແລະ ສເຊັກ

     ສຳນັກຂ່າວບີບີຊີລາຍງານໃນ ວັນທີ 18 ສິງຫາ ນີ້ວ່າ: ເພື່ອແນໃສ່ເພີ່ມທະວີການຮ່ວມມືດ້ານເສດຖະກິດ-ການຄ້າລະຫວ່າງຫວຽດນາມ ແລະ ສ.ເຊັກ
ທ່ານ ທາຍ ຊວັນຢຸງ ເອກອັກ ຄະລັດຖະທູດຫວຽດນາມ ປະຈຳ ສ.ເຊັກ ໄດ້ເຮັດວຽກກັບຜູ້ຕາງໜ້າ ກະຊວງອຸດສາຫະກຳ ແລະ ການຄ້າ ສ.ເຊັກ ເພື່ອຕີລາ
ຄາ ແລະ ສະເໜີບັນດາເນື້ອໃນໃໝ່ ເພື່ອຊຸກຍູ້ການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ ພິເສດ ແມ່ນໃນຂົງເຂດເສດຖະກິດ
ການຄ້າລະຫວ່າງຫວຽດນາມ ແລະ ສ.ເຊັກ.

     ຕາມສະຖິຕິ, ໃນ 6 ເດືອນຕົ້ນປີ 2021, ວົງເງິນ ການຄ້າລະຫວ່າງ ຫວຽດນາມ-ສ.ເຊັກ ບັນລຸ 936 ລ້ານໂດລາ ສະຫະລັດ, ເພີ່ມຂຶ້ນ 28% ເມື່ອ
ທຽບໃສ່ໄລຍະ 6 ເດືອນຕົ້ນປີ 2020. ທ່ານ ເອກອັກຄະລັດຖະທູດ ຖືວ່າເຖິງວ່າຖືກຜົນກະທົບຢ່າງໜັກໜ່ວງຈາກໂລກລະບາດໂຄວິດ-19 ກໍຕາມແຕ່
ການຄ້າສອງຝ່າຍ ຫວຽດນາມ -ສ ເຊັກ ຍັງຄົງຮັກສາທ່າຂະ​ຫຍາ​ຍໂຕເປັນຢ່າງດີ, ໂຄງປະກອບປະເພດສິນຄ້າໄດ້ຮັບການເປີດກວ້າງ.

     ທ່ານ ເອກອັກຄະລັດຖະທູດ ທາຍຊວັນຢຸງ ສະເໜີໃຫ້ສອງຝ່າຍ ຈົ່ງຄົງສືບຕໍ່ນຳໃຊ້ສົນທິສັນຍາສອງສະບັບ EVFTA ແລະ EVIPA ​ໄວ້ເປັນຢ່າງດີ
ເພື່ອຊຸກຍູ້ການຄ້າ ແລະ ການລົງທຶນ​ໃຫ້ມີການເຕີບໂຕໂດຍໄວ, ຢ່າງແຮງ ແລະ ຍືນຍົງໃນທຸກໆຂົງເຂດ, ປະກອບສ່ວນເຂົ້າໃນການເພີ່ມທະວີການພົວພັນ
ມິດຕະພາບການຮ່ວມມືໃນຫຼາຍດ້ານລະຫວ່າງ ຫວຽດນາມ-ສ.ເຊັກ ເວົ້າລວມ ແລະ ຫວຽດນາມ-ເອີຣົບ.

     ດ້ານ ທ່ານນາງ ຕົວມີໄລບາ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ-ການຄ້າ ສ.ເຊັກ ໄດ້ເນັ້ນ ໜັກວ່າ: ສ.ເຊັກ ຈະສືບຕໍ່ເພີ່ມທະວີການສົ່ງອອກໄປ
ຫວຽດນາມ ໃນບາງຂົງເຂດ ຄື: ​ເສດຖະກິດປ້ອງກັນຊາດສາທາລະນະສຸກເປັນຕົ້ນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 19/08/2021