ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຜູ້​ເສຍ​ຊີວິດ​ຈາກ​ໄວຣັດ​ໂຄ​ວິດ-19 ​ເກີນ​ກວ່າ 2000 ກວ່າ​ຄົນ​ແລ້ວ


     ສໍານັກຂ່າວ AP ລາຍງານເມື່ອວັນທີ 19 ກຸມພາ ນີ້ວ່າ: ຄະນະກໍາມະການສາທາລະນະສຸກ ແຫ່ງຊາດຈີນ ລາຍງານສະຖານະການລະບາດຂອງໄວຣັດໂຄໂຣນາສາຍ
ພັນໃໝ່ ຫຼື ໂຄວິດ-19 ລະຫວ່າງເດືອນ ທັນວາ ປີ 2019 ຜ່ານມາ. ຮອດວັນທີ 18 ກຸມພາ ມີຜູ້ເສຍຊີວິດເພີ່ມຂຶ້ນ ໂດຍສະເພາະໃນຈີນ 136 ຄົນ, ເຊິ່ງເຮັດໃຫ້ຕົວເລກ
ຍອດຜູ້ເສຍຊີວິດເພີ່ມຂຶ້ນເປັນ 2.004 ຄົນ. ພ້ອມທັງຍັງມີຄົນຕິດເຊື້ອໃໝ່ເພີ່ມຂຶ້ນຕື່ມ 1.749 ຄົນ, ເຮັດໃຫ້ມີ ຜູ້ຕິດເຊື້ອພະຍາດລວມຢູ່ທີ່ 74.185 ຄົນ. ໃນຈຳນວນ
ນີ້ 11.977 ຄົນ ມີອາການຢູ່ໃນຂັ້ນວິກິດ. ສ່ວນຈໍານວນຜູ້ທີ່ໄດ້ຮັບການຮັກສາຈົນຫາຍດີແລ້ວ 14.376 ຄົນ, ເອີ້ນໄດ້ວ່າຜູ້ທີ່ໄດ້ຮັບການປິ່ນປົວໃຫ້ຫາຍດີຍັງມີໜ້ອຍ
ຖ້າທຽບກັບຈໍານວນຄົນທີ່ຕິດເຊື້ອໃໝ່ ແລະ ເສຍຊີວິດ.

     ສຳລັບຜູ້ເສຍຊີວິດນອກແຜ່ນດິນໃຫຍ່ຈີນມີ 5 ຄົນ, ຟີລິບປິນ 1 ຄົນ, ຮົງກົງ 1 ຄົນ, ຍີ່ປຸ່ນ 1 ຄົນ, ຝຣັ່ງ 1 ຄົນ ແລະ ໄຕ້ຫວັນ 1 ຄົນ. ສ່ວນສະຖານະການ ການ
ຕິດເຊື້ອພະຍາດໃນຕ່າງປະເທດ ນອກຈາກຈີນ, ຮົງກົງ, ມາເກົ້າ ແລະ ໄຕ້ຫວັນ ພົບແລ້ວ ເກືອບ 30 ປະເທດ. ໂດຍປະເທດ ນອກຈາກຈີນທີ່ມີຜູ້ຕິດເຊື້ອພະຍາດຫຼາຍທີ່
ສຸດຄື: ສິງກະໂປ 81 ຄົນ, ຍີ່ປຸ່ນ 74 ຄົນ ແລະ ໄທ 35 ຄົນ.