ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອາເມຣິກາ​ ເພີ່ມ​ໄລຍະ​ຍິງ​ໄກ​ໃຫ້​ແກ່​ລູກປືນ​ໃຫ່ຍໜ້າດິນ


ລູກປືນ​ໃຫ່ຍໜ້າດິນ

     ແຫຼ່ງຂ່າວໜັງສືພິມກອງທັບປະຊາຊົນ ຫວຽດນາມ ໃຫ້ຮູ້ວ່າ: ຕາມແຫຼງຂ່າວຈາກທໍານຽບຫ້າແຈຂອງອາເມຣິກາ ປະກາດວ່າ ບໍລິສັດຜະລິດອາວຸດ Raytheon
Missiles & Defense ແລະ ກອງກໍາລັງປືນໃຫຍ່ໜ້າດິນຂອງ ອາເມຣິກາ ໄດ້ຕົກລົງກັນໃນການຍົກລະດັບໄລຍະຍິງຂອງລູກປືນ 155 ມມ XM1155 ໃຫ້ແກ່ກອງ
ກໍາລັງປືນໃຫຍ່.

     ຜູ້ຕ່າງໜ້າ Raytheon Missiles & Defense ໃຫ້ຮູ້ວ່າ: ລູກປືນໃຫຍ່ XM1155 ຈະເພີ່ມໄລຍະຍິງ, ຄວາມແມ້ນຢໍາ ແລະ ໄດ້ຮັບປະສິດທິຜົນ, ເຊິ່ງໄລຍະຍິງ
ທີ່ໄດ້ຮັບຜົນນັ້ນ ແມ່ນຈະເຈາະເພີ່ມຂຶ້ນຈາກ 30-40%. ຄວາມໂດດເດັ່ນ XM1155 ໃນການທົດລອງຜ່ານມາ ແມ່ນສາມາດຍິງໄກໄດ້ກວ່າເກົ່າ 100 ກິໂລແມັດ.
ຕາມນັກວິຊາການດ້ານການທະຫານຂອງ ອາເມຣິກາ ຕີລາຄາວ່າລູກປືນໃຫຍ່ລຸ້ນຍົກລະດັບນີ້ບາງທີກໍອາດຈະຍິງໄກເຖິງ 120 ກິໂລແມັດ ແລະ ອາດຍິງໄດ້ສູງກວ່າ
ລຸ້ນເກົ່າ. ບໍ່ສະເພາະເທົ່ານັ້ນການປະກອບ ສ້າງຂອງລູກປືນຊະນິດນີ້ ຍັງເພີ່ມປະລິມານໝື້ ແລະ ເຕັກໂນໂລຊີນໍາທິດໃນການໂຈມຕີເຂົ້າຫາເປົ້າໝາຍດ້ວຍຕົວມັນເອງ
ແມ້ນຢໍາ.