ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຜູ້ນຳຈີ 7 ຈະ​ເປີດ​ຂອງ​ປະຊຸມເພື່ອປຶກສາຫາລື ກ່ຽວກັບ​ສະຖານະ​ການ​ໃນ ​ອາຟະການິດສະຖານ


     ສໍານັກຂ່າວ ຣອຍເຕີ ລາຍງານໃນ ວັນທີ 19 ສິງຫາ ນີ້, ທໍານຽບຂາວ ສະຫະລັດ ເປີດເຜີຍວ່າ: ທ່ານ ໂຈໄບເດນ ຜູ້ນໍາ ສະຫະລັດ ອາເມຣິກາ ແລະ
ທ່ານ ບໍຣິດ ຈອນສັນ ນາຍົກລັດຖະມົນຕີ ຂອງອັງກິດຕົກລົງເຫັນດີທີ່ຈະຈັດການປະຊຸມສຸດຍອດຜູ້ນໍາຂອງກຸ່ມ ປະເທດອຸດສາຫະກໍາຊັ້ນນໍາ 7 ປະເທດ ຫຼື
ຈີ7 ຜ່ານທາງອອນ ລາຍພາຍໃນອາທິດໜ້າ ເພື່ອປຶກສາຫາລືວິທີການຮັບມືກັບສະຖານະການຫຼັງຈາກກຸ່ມ ຕາລີບັນ ເຂົ້າຍຶດຄອງອາຟະການິດສະຖານ.

     ລາຍງານຍັງໄດ້ລະບຸຕື່ມວ່າ: ໃນລະຫວ່າງການປຶກສາຫາລື ຜ່ານທາງໂທລະສັບຂອງສອງທ່ານໄດ້ໂອ້ລົມ ເຖິງຄວາມຈໍາເປັນໃນການຮ່ວມມືກັນແບບ
ໃກ້ຊິດ ແລະ ຕໍ່ເນື່ອງລະຫວ່າງຊາດພັນທະມິດກ່ຽວກັບນະໂຍບາຍຂອງ ອາຟະການິດສະຖານ ໃນອະນາຄົດ ເຊິ່ງລວມໄປເຖິງປະຊາຄົມໂລກ ສາມາດ ໃຫ້
ຄວາມຊ່ວຍເຫຼືອດ້ານມະນຸດຊະທໍາ, ສະໜັບສະໜູນຜູ້ລີ້ໄພ ແລະ ປະຊາຊົນ ອາຟະການິດສະຖານ ທີ່ໄດ້ຮັບຜົນກະທົບ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 20/08/2021