ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພົນ​ໂທຮວ່າງຊວັນຈ່ຽນ​ໄດ້​ໃຫ້ກຽດ​ຕ້ອນຮັບທູດ​ປ້ອງ​ກັນຊາ​ດສະຫະພັນ​ ລັດ​ເຊຍປະຈຳຫວຽດນາມ

     ອີງ​ຕາມ​ການ​ລາຍ​ງານ​ຂ່າວ​ ຂອງ​ເວ​ັບ​ໄຊ້ກະຊວງ​ປ້ອງ​ກັນ​ປະ​ເທດ​ ຫວຽດນາມ (Bqp.vn) - ​​​ໃຫ້​ຮູ້​ວ່າ: ຕອນເຊົ້າວັນທີ 19 ມັງກອນ, ຢູ່ສໍານັກງານກະ
ຊວງປ້ອງກັນປະເທດ, ທ່ານ ພົນ​ໂທ ຮວ່າງ ຊວັນ ຈ່ຽນ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໃຫ້ກຽດຕ້ອນຮັບທ່ານ ພັນ​
ເອກ​ພິ​ເສດ Roman Boytsov, ທູດ​ປ້ອງ​ກັນຊາ​ດ ​ແຫ່ງ ສະຫະພັນ​ລັດ​ເຊຍ ​ທີ່ໄດ້​ອຳລາ​ການ​ສິ້ນ​ສຸດ​ການ​ດຳລົງ​ຕຳ​ແໜ່​ງ ຂອງ​ຕົນ ​ແລະ ທ່ານ​ ພັນ​ເອກພິ​
ເສດ Govorov Alexey Arkadievich ​ເພື່ອ​ຮັບ​ເອົາ​ການ​ມອບ​ໝາຍ​ໜ້າ​ທີ່​ເປັນທູດ​ປ້ອງ​ກັນຊາ​ດ ​ແຫ່ງສະຫະພັນລັດ​ເຊຍ ປະຈຳ ຫວຽດນາມ.


ພາບ​ບັນຍາ​ກາດກອງ​ປະຊຸມ​ພົບ​ປະ

     ທ່ານ ພົນ​ໂທ ຮວ່າງ ຊວັນ ຈ່ຽນ ​ ຢືນຢັນ​ວ່າ, ຫວຽດນາມ ​ແລະ ສະຫະພັນລັດ​ເຊຍ ມີ​ສາຍ​ພົພັນ​ມິດຕະພາບ ທີ່ເປັນມູນເຊື້ອມາແຕ່ດົນນານ, ການ
ພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ພິເສດແມ່ນຄວາມຮູ້ສຶກອັນດີງາມເຊິ່ງການນໍາ ແລະ ປະຊາຊົນສອງປະເທດ ຍາມໃດກໍ່​ໃຫ້​ຄວາມ​ເຄົາ​ຮົບ​, ຮັກສາ​
ໄວ້ ແລະ ພັດທະນາ ​ມາ​ຈົນເຖິງທຸກມື້ນີ້. ທ່ານພົນໂທ ຮວ່າງ ຊວັນ ຈ່ຽນ ຍັງໃຫ້ຮູ້ວ່າ, ຜົນສຳເລັດຂອງການຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງ
ການ (ເດືອນ ທັນວາ 2021) ຂອງ ທ່ານ ປະທານປະເທດ ຫງວຽນ ຊວັນ ຟຸກ, ການໂອ້ລົມສົນທະນາ ລະຫວ່າງ ລັດຖະມົນຕີກະຊວງປ້ອງກັນປະເທດ 2
ປະເທດ ໃນຂອບເຂດການຢ້ຽມຢາມ ໄດ້ປະກອບສ່ວນອັນ​ສຳຄັນ​ຍິ່ງ​ຂຶ້ນ,  ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ, ​ໃນ​ນັ້ນ​ການ​ພົວ
ພັນ​ດ້ານ​ວຽກ​ງານ​ປ້ອງ​ກັນຊາ​ດມີ​ບົດບາດ​ສຳຄັນ​ເປັນ​ເສົາ​ຄໍ້າ.

     ທ່ານ ພົນໂທ ຮວ່າງ ຊວັນ ຈ່ຽນ ຢັ້ງຢືນວ່າ, ດ້ວຍປະຫວັດສາດອັນ​ຍາວ​ນານກວ່າ 70 ປີ, ​ແຫ່ງການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດ
ນາມ ແລະ ສະຫະພັນ ລັດເຊຍ ຍາມໃດກໍ່ໄດ້ຮັບການພັດທະນາຢ່າງຕັ້ງໜ້າ ຈາກການນໍາຂອງພັກ, ລັດ ແລະ ລັດຖະບານ 2 ປະເທດ. ​ໃນ​ໄລຍະ​ຜ່ານ​ມາ,
​ເຖິງ​ວ່າ​ຈະ​ໄດ້​ຮັບ​ຜົນ​ກະທົບ​ ຈາກ​ການ​ແຜ່​ລະບາດ​ຂອງ​ພະຍາດ ​ໂຄ​ວິດ-19, ​ແຕ່​ການ​ພົວພັນ​ດ້ານ​ປ້ອງກັນຊາ​ດຂອງ​ສອງ​ປະ​ເທດ​ ໄດ້​ສືບ​ຕໍ່​​ເປີດ​ກວ້າງ ​ແລະ
​ເລິກ​ເຊິ່ງ​ໃນ​ຫຼາຍ​ຂົງ​ເຂດ, ພິ​ເສດ​ແມ່ນ: ການ​ແລກປ່ຽນ​ນະ​ໂຍບາຍ​ປ້ອງ​ກັນ​ຊາດ; ການເມືອງ ການທະຫານ; ການສຶກສາ; ການຮ່ວມມື ດ້ານການທະຫານ;
ການສະໜັບສະໜູນ ​ແລະ ການ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ຫຼາຍ​ຝ່າຍ​ຂອງ​ສອງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈັດ​ຕັ້ງ, ​ໃນ​ນັ້ນ​ມີ​ງານ​ກິລາ​ການ​ທະຫານ​ສາກົນ
(​Army Games); ການຄົ້ນຄວ້າວິທະຍາສາດ; ການ​ຮ່ວມ​ມື​ດ້ານ​ເຕັກ​ນິກ​ການ​ທະ​ຫານ…


ທ່ານ ພົນໂທ ຮວ່າງ ຊວນ ຈຽນ ມອບຂອງທີ່ລະນຶກໃຫ້ ທ່ານ ​ພັນ​ເອກ​ພິ​ເສດ Roman Boytsov

     ໃນ​ໄລຍະ​ດຳລົງ​ຕຳ​ແໜ່​ງຢູ່​ຫວຽດນາມ, ທ່ານ​ ພົນ​ໂທ ຮວ່າງ ຊວັນ ຈ່ຽນ ຫວັງ​ວ່າ, ​ໃນ​ຖານະ​ຕຳ​ແໜ່​ງ​ໃດ​ກໍ່ຕາມ, ທ່ານ ພັກ​ເອກ Roman Boytsov
ກໍ່​ຍັງຈະ​ຮັກສາ​ຄວາມ​ຮູ້ສຶກ​ອັນ​ດີງາມ​ຕໍ່​ປະ​ເທດ​ຊາດ, ຕໍ່ປະຊາຊົນ ຫວຽດນາມ ​ແລະ ສືບ​ຕໍ່​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ ໃຫ້​ແກ່​ການ​ພົວພັນ​ລະຫວ່າງ 2 ປະ​ເທດ
​ເວົ້າ​ລວມ ​ແລະ ສອງກະຊວງປ້ອງກັນປະເທດ ​ເວົ້າສະເພາະ, ກໍ່​ແມ່ນ​ການຕ້ອນຮັບ​ພັນ​ເອກພິ​ເສດ Govorov Alexey Arkadievich ​ເຂົ້າ​ຮັບ​ຕຳ​ແໜ່​ງ​
ເປັນ​ທູດ​ປ້ອງ​ກັນຊາ​ດ ​ແຫ່ງສະຫະພັນ ​ລັດ​ເຊຍ ປະຈຳ ຫວຽດນາມ, ທ່ານ​ ພົນ​ເອກ ຮ່ວາງ​ ຊວນ​ ຈ່ຽນ ຫວັງ​ວ່າ ທ່ານ ​ພັນ​ເອກພິ​ເສດ Govorov Alexey
Arkadievich ຈະສືບ​ຕໍ່​ຊຸກຍູ້​ບັນດາ​ໝາກຜົນ​ໃນ​ໄລຍະ​ຜ່ານ​ມາ ​ແລະ ສົມທົບ​ກັບບັນດາ​ອົງການຈັດ​ຕັ້ງ​ຕ່າງໆຂອງຫວຽດນາມ ຢ່າງ​ມີ​ຕັ້ງໜ້າ​ເພື່ອ​​ເຜີຍ​ແຜ່​
ເຊື່ອມ​ຊຶມ​ໃຫ້​ປະກ​ົດຜົນ​ເປັນ​ຈິງ​ກັບ​ບັນດາ​ທິດ​ທາງ​ໃຫຍ່ໆ​ ແລະ ບຸລິມະສິດ​ບັນດາ​ເນື້ອ​ໃນ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ປະ​ເທດ ​ໃນ​ໄລຍະ​ຈະ​ມາ​ເຖິງ ​ໂດຍ​ລັດ
ຖະມົນຕີ​ປ້ອງ​ກັນ​ປະ​ເທດ 2 ປະ​ເທດ ​ໄດ້​ເຫັນ​ດີ​ ເປັນ​ເອກະສັນ​ກັນ ​ທີ່​ກອງ​ປະຊຸມ​ເມື່ອ​ວັນ​ທີ 1/12/2021.

ແຫຼ່ງທີ່ມາ: ຫງວຽນ ຫາຍ
ວັນທີ 21/01/2022