ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທະນາຄານໂລກ​ເຕືອນ ກຸ່ມ​ເສດຖະສາດ​ທີ່​ຈະ​ເລີ​ນ​ໃໝ່
ຈະ​ປະ​ເຊີນ​ກັບ​ຄວາມ​ສ່ຽງດ້ານ​ການ​ທະນາຄານ​ທີ່​ຮ້າຍ​ແຮງ


ທ່ານ ເດວິດ ມາວປາສ ຜູ້ວ່າການທະນາຄານໂລກ

     ຫວ່າງມໍ່ໆມານີ້, ທະນາຄານໂລກ ໄດ້ປະກາດບົດລາຍງານ ໂດຍໄດ້ລະບຸວ່າ: ການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ໜີ້ສິນ ທີ່ຍັງບໍ່ໄດ້ເປີດ
ເຜີຍ ພວມເຮັດໃຫ້ກຸ່ມເສດຖະກິດທີ່ຈະເລີນໃໝ່ປະເຊີນໜ້າກັບຄວາມສ່ຽງທີ່ການທະນາຄານມີຄວາມອ່ອນແອຮ້າຍແຮງຂຶ້ນຕື່ມ, ກຸ່ມເສດຖະກິດທີ່ພັດ
ທະນາແລ້ວຄວນຢຸດຕິການປະຕິບັດນະໂຍບາຍກະຕຸ້ນເສດຖະກິດຂະໜາດໃຫຍ່ດ້ວຍຮູບແບບລະມັດລະວັງ ເພື່ອຫຼີກເວັ້ນບໍ່ໃຫ້ເກີດມີສະພາບປັ່ນປ່ວນ
ຢູ່ທົ່ວໂລກ.

     “ບົດລາຍງານການພັດທະນາໂລກ 2022 ວ່າດ້ວຍ ການທະນາຄານທີ່ສະໜັບສະໜູນການຟື້ນຟູຢ່າງຍຸດຕິທຳ” ທີ່ປະກາດ ໂດຍທະນາຄານໂລກໄດ້
ຊີ້ໃຫ້ເຫັນວ່າ: ລັດຖະບານປະເທດຕ່າງໆ ຕ້ອງຊອກໃຫ້ເຫັນຄວາມສ່ຽງດ້ານການທະນາຄານໂດຍໄວ, ສຳລັບກຸ່ມເສດຖະກິດທີ່ຈະເລີນໃໝ່ຕ້ອງເອົາໃຈ
ໃສ່ສ້າງພາກສ່ວນການທະນາຄານທີ່ປອດໃສກວ່າເກົ່າ.

     ທ່ານ ເດວິດ ມາວປາສ ຜູ້ວ່າການທະນາຄານໂລກຊີ້ອອກວ່າ: ຍ້ອນໄດ້ຮັບຜົນກະທົບຈາກຄວາມອ່ອນແອດ້ານການທະນາຄານ, ຄວາມສ່ຽງກ່ຽວ
ກັບວິກິດການໄພເງິນເຟີ້ ແລະ ວິກິດການອັດຕາດອກເບ້ຍເພີ່ມຂຶ້ນອາດຈະຂະຫຍາຍກວ້າງອອກ. ສະພາບແວດລ້ອມດ້ານການທະນາຄານທົ່ວໂລກຄ່ອຍໆ
ຮັດກຸມ ພ້ອມທັງຕະຫຼາດໜີ້ສິນຂອງກຸ່ມເສດຖະກິດທີ່ຈະເລີນໃໝ່ຈຳນວນຫຼາຍອ່ອນແອພວມສົ່ງຜົນກະທົບຕໍ່ການຟື້ນຟູເສດຖະກິດ.

ແຫຼ່ງທີ່ມາ: ໜັງສືພິມ ກອງທັບ
ວັນທີ 21/02/2022