ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈີນ ສຳ​ເລັດ​ການຈັດ​ງານ​ກີລາໂອລິມປິກ ລະດູໜາວທີ່ປັກກິ່ງ ຢ່າງ​ຈົບງາມ


     ສໍານັກຂ່າວ ຊິນຮ່ວາ ໃຫ້ຮູ້ວ່າ: ງານມະຫາກໍາກິລາໂອລິມປິກ ລະດູໜາວ ທີ່ປັກກິ່ງ ປີ 2022 ໄດ້ອັດລົງຢ່າງເປັນທາງການ, ໂດຍເປັນກຽດເຂົ້າຮ່ວມ
ພິທີປິດດັ່ງກ່າວຂອງ ສະຫາຍ ສີຈິ້ນຜິງ ພ້ອມດ້ວຍຄະນະຈັດງານກິລາໂອລິມປິກລະດູໜາວສາກົນ.

     ພິທີອັດງານກິລາໂອລິມປິກ ລະດູໜາວ ຄັ້ງທີ 24 ທີ່ປັກກິ່ງໄດ້ຈັດຂຶ້ນຢູ່ສະໜາມກິລາແຫ່ງຊາດ ຈີນ (ສະໜາມກກີລາຮັງນົກ) ໃນຕອນຄໍ່າຂອງວັນທີ
20 ກຸມພາ ນີ້. ທ່ານ ສີຈິ້ນຜິງ ປະທານປະເທດ ຈີນ ແລະ ທ່ານ ໂທມັສ ບັກສ ປະທານຄະນະກໍາມະການໂອລິມປິກສາກົນໄດ້ຜັດປ່ຽນກັນກ່າວໃນພິທີ.

     ທ່ານ ປະທານ ສີຈີ້ນຜິງ ກ່າວວ່າ: ການຈັດງານແຂ່ງຂັນກີລາລະດູໜາວ ຄັ້ງນີ້ ແມ່ນຢູ່ໃນທ່າມກາງການແຜ່ລະບາດ ຂອງພະຍາດໂຄວິດ-19, ແຕ່ສະ
ພາບການແຂ່ງຂັນກໍຜ່ານໄປດ້ວຍດີ, ສະພາບການລະບາດສາມາດຫຼີກລ້ຽງໄດ້ເກືອບ 100%, ນັ້ນກໍຍ້ອນການເອົາໃຈໃສ່ ແລະ ການໃຫ້ຄວາມຮ່ວມມື
ຂອງຄະນະນັກກີລາແຕ່ລະປະເທດ, ທ່ານເອງໃນນາມຕາງໜ້າປະຊາຊົນ ຈີນ ທຸກທົ່ວໜ້າຂໍສະແດງຄວາມຂອບໃຈ ມາຍັງທຸກພາກສ່ວນທີ່ຖືເອົາວຽກງານ
ກີລາ ​ເປັນ​ການສະແດງໃຫ້ເຫັນເຖິງຄວາມສາມມັກຄີອັນຍິ່ງໃຫຍ່, ປະຊາຊົນຈີນຈະຈົດຈໍາເອົາສິ່ງດີໆສິ່ງນີ້ໄວ້ໃນໃຈຂອງຊາວ ຈີນ ຕະຫຼອດໄປ.

ແຫຼ່ງທີ່ມາ: ໜັງສືພິມ ກອງທັບ
ວັນທີ 22/02/2022