ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຕວກກີ ສະ​ເໜີ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ໄກ​ເກ່ຍລະຫວ່າງ ລັດ​ເຊຍ ​ແລະ ອູ​​ແກຣນ


ທ່ານ ເຣເຊບເຕຍິບ ເອີໂດກັນ ປະທານາທິບໍດີຕວກກີ

     ສໍານັກຂ່າວ ກຽວໂດ ລາຍງານໃນວັນທີ 18 ມີີນາ ນີ້ວ່າ: ທ່ານ ເຣເຊບເຕຍິບ ເອີໂດກັນ ປະທານາທິບໍດີ ຕວກກີ ປະກາດສະເໜີເປັນເຈົ້າພາບຈັດ
ກອງປະຊຸມລະຫວ່າງ ທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີ ຣັດເຊຍ ແລະ ທ່ານ ໂວໂລດີເມຍ ເຊເລນສະກີ ປະທານາທິບໍດີ ອູແກຣນ.

     ທັງນີ້, ທ່ານ ເອີໂດກັນ ໄດ້ຍືນຂໍ້ສະເໜີດັ່ງກ່າວ ໃນການສົນທະນາຜ່ານທາງໂທລະສັບ ກັບ ທ່ານ ປູຕິນ ໃນວັນນີ້, ການບັນລຸຂໍ້ຕົກລົງ ໃນບາງບັນ
ຫາອາດຈໍາເປັນຕ້ອງມີການເຈລະຈາໃນລະດັບສູງສະນັ້ນ, ເອີໂດກັນ ຈຶ່ງຕ້ອງສະເໜີ ເພື່ືອເປັນເຈົ້າພາບຈັດກອງປະຊຸມລະຫວ່າງ ປູຕິນ ແລະ ເຊເລນສະກີ
ເຊິ່ງຈະຈັດຂຶ້ນທີ່ນະຄອນ ຫຼວງອັງກາລາ ປະເທດຕວກກີ.

     ດ້ານທ່ານ ເມຟຸດ ຄາວູໂຊລູ ລັດຖະມົນຕີ ກະຊວງການຕ່າງປະເທດ ຂອງຕວກກີກ່າວໃນລັກສະນະດຽວກັນວ່າ, ພວກເຮົາເຊື່ອວ່າຂະນະນີ້ເປັນເວ
ລາທີ່ຈະຕ້ອງມີການກະກຽມການພົບປະຫາລືລະຫວ່າງຜູ້ນໍາສອງຝ່າຍ ຣັດເຊຍ-ອູແກຣນ.

ແຫຼ່ງທີ່ມາ: ໜັງສືພິມ ກອງທັບ
ວັນທີ 22/03/2022