ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈີນ ​ເລັ່ງຄວບ​ຄຸມ​ການ​ແຜ່​ລະບາດ ​ໂຄ​ວິດ- 19 ​ໃນ​ເຂດ ຊິນ​ຈຽງ


     ສຳນັກຂ່າວເອພີ ລາຍງານໃນວັນທີ 21 ກໍລະກົດ 2020 ວ່າ: ຄະນະກໍາມາທິການສາທາລະນະສຸກແຫ່ງຊາດຈີນ ໄດ້ອອກມາເປີດເຜີຍສະຖານະການ ໂຄວິດ-19
ພາຍໃນປະເທດໃນຮອບ 24 ຊົ່ວໂມງທີ່ຜ່ານມາວ່າຈໍານວນຜູ້ເສຍຊີວິດຍັງຢູ່ທີ່ 4.634 ຄົນ.

     ຢ່າງໃດກໍຕາມຈໍານວນຜູ້ຕິດເຊື້ອສະສົມເພີ່ມຂຶ້ນຢ່າງໜ້ອຍ 83.682 ຄົນ ຫຼັງມີການຢືນຢັນຜູ້ຕິດເຊື້ອອີກ 22 ຄົນ. ໃນນັ້ນ 5 ຄົນ ແມ່ນເດີນທາງມາຈາກຕ່າງປະ
ເທດ ແລະ ອີກ 17 ຄົນ ແມ່ນຕິດຢູ່ພາຍໃນປະເທດ. ເຊິ່ງທັງໝົດແມ່ນຢູ່ໃນເຂດປົກຄອງຕົນເອງ ຊິນຈຽງ.

     ປັດຈຸບັນເຂດປົກຄອງຕົນເອງ ຊິນຈຽງ ແມ່ນມີຜູ້ຕິດເຊື້ອສະສົມ 47 ຄົນ ພາຍໃນເວລາບໍ່ຮອດ 1 ອາທິດ. ນອກຈາກນີ້, ຍັງມີຜູ້ຕິດເຊື້ອແຕ່ບໍ່ສະແດງອາການອີກ
50 ຄົນ.

     ເພື່ອສະກັດກັ້ນຕໍ່ການແຜ່ລະບາດຂອງ ໂຄວິດ-19 ເຂດປົກຄອງຕົນເອງ ຊິນຈຽງ ອຸຍກູ ໄດ້ລະງັບຖ້ຽວບິນເຂົ້າ-ອອກເມືອງ ທັງນີ້ຍັງໄດ້ລະງັບການຂົນສົ່ງສາທາລະ
ນະ ພ້ອມທັງຈັດຕັ້ງສູນກວດສະເພາະກິດຕາມເສັ້ນທາງແລະທີ່ພັກຫຼາຍແຫ່ງ ໂດຍປະຊາຊົນສາມາດຕິດຕໍ່ຫາເຈົ້າໜ້າທີ່ໄດ້ຕະຫຼອດເວລາ ໂດຍບໍ່ມີຄ່າໃຊ້ຈ່າຍ. ນອກນີ້,
ຍັງປະກາດຫ້າມການລວມກຸ່ມໃນທີ່ສະທາລະນະນໍາອີກ.