ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສໍາ​ເລັດກອງປະຊຸມຄວາມໝັ້ນຄົງ ມຸຍນິກ ຄັ້ງທີ 58


ກອງປະຊຸມຄວາມໝັ້ນຄົງ ມຸຍນິກ

     ສໍານັກຂ່າວ ​ເບ​ເບ​ຊີ ລາຍງານໃນ ວັນທີ 22 ກຸມພາ ນີ້ວ່າ: ກອງປະຊຸມຄວາມໝັ້ນຄົງ ມຸຍນິກ ຄັ້ງທີ 58 ທີ່ດຳເນີນເປັນເວລາ 3 ມື້ ໄດ້ອັດລົງຢູ່ນະ
ຄອນ ມຸຍນິກ ທາງພາກໃຕ້ຂອງ ເຢຍລະມັນ.

     ສະຖານະການຢູ່ ອູແກຣນ ເປັນບັນຫາຈຸດສຸມຂອງກອງປະຊຸມຄັ້ງນີ້. ທ່ານ ໂອລາບ ໂຊນ ນາຍົກລັດຖະມົນຕີ ເຢຍລະມັນ ກ່າວວ່າ: ສະຖານະການ
ຄວາມເຄັ່ງຕຶງຢູ່ ອູແກຣນ ຍັງບໍ່ທັນຜ່ອນຄາຍລົງເທື່ອ, ຢູ່ ເອີຣົບ ມີຄວາມສ່ຽງທີ່ຈະເກີດສົງຄາມອີກ, ຊ່ອງທາງການທູດຍັງເປັນວິທີແກ້ໄຂບັນຫາ ອູແກຣນ.
ທ່ານ ເຈນສະໂຕນເຕັນເບີກ ເລຂາທິການໃຫຍ່ອົງການສົນທິສັນຍາ​ປ້ອງ​ກັນ​ ມະຫາ​ສະໝຸດອັດ​ລັງ​ຕິກ​ເໜືອ (NATO) ກ່າວວ່າ: ຕົນໄດ້ສົ່ງຈົດໝາຍໄປຫາ
ທ່ານ ເຊີເກ ລາຣົບ ລັດຖະມົນຕີ ກະຊວງການຕ່າງປະເທດ ຣັດເຊຍ ໂດຍໄດ້ສະເໜີໃຫ້ຈັດການສົນທະນາໃຫ້ຫຼາຍກວ່າເກົ່າ ເພື່ອແກ້ໄຂບັນຫາການປະທະ
ກັນທີ່ອາດຈະເກີດຂຶ້ນ. ໃນພິທີປິດກອງປະຊຸມ ດັ່ງກ່າວ, ທ່ານ ໂວບກັງ ອິຊີນເກີ ປະທານກອງປະຊຸມຄວາມໝັ້ນຄົງ ມຸຍນິກ ໄດ້ຖະແຫຼງການເຖິງໝາກຜົນ
ຂອງກອງປະຊຸມໂດຍເນັ້ນວ່າ: ທຸກຝ່າຍຈະຕ້ອງຮ່ວມມືກັນເພື່ອແກ້ໄຂຫາທາງອອກແບບສັນຕິວິທີ. ນອກນີ້, ຍັງໄດ້ຮຽກຮ້ອງໃຫ້ຍົກສູງສະຕິລະວັງຕົວຕື່ມ
ຕໍ່ບັນດາມາດຕະການປ້ອງກັນ ໂຄວິດ-19, ຖ້າຈະມີການຜ່ອນຜັນບາງມາດຕະການກໍຄ່ອຍເປັນໄປເທື່ອລະກ້າວ.

ແຫຼ່ງທີ່ມາ: ໜັງສືພິມ ກອງທັບ
ວັນທີ 23/02/2022