ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສປປ ເກົາຫຼີ ລະດົມກຳລັງ​ທະຫານ ​ແລະ ​ແພດໝໍ10 ພັນຄົນ ເພື່ອຮັບມືກັບ ໂຄວິດ-19


     ສໍານັກຂ່າວ ຫວຽດນາມນິວ ລາຍງາຍວັນທີ 19 ພຶດສະພາ ນີ້ວ່າ: ສປປ ເກົາຫຼີ ໄດ້ລະດົມກໍາລັງທະຫານຂອງຕົນ ເພື່ອໄປປະຕິບັດໜ້າທີ່ແຈກຢາຍຢາ,
ອຸປະກອນການແພດ ແລະ ແພດໝໍອີກຈໍານວນ 10 ພັນຄົນ ເພື່ອຮັບມືກັບສະຖານະການການແຜ່ລະບາດຂອງພະຍາດ ໂຄວິດ-19 ໃນປະເທດ.

     ກະຊວງສາທາລະນະສຸກ ສປປ ເກົາຫຼີ ໄດ້ບັນທຶກຜູ້ທີ່ມີອາການສົງໄສຕິດເຊື້ອພະຍາດດັ່ງກ່າວເພີ່ມຂຶ້ນເປັນ 1,48 ລ້ານກໍລະນີ, ໃນຂະນະທີ່ຈໍານວນຜູ້
ເສຍຊີວິດມີ 56 ກໍລະນີ. ແຕ່ບໍ່ເປີດເຜີຍຕົວເລກທີ່ຊັດເຈນຂອງຈໍານວນຜູ້ຕິດເຊື້ອພະຍາດດັ່ງກ່າວ, ໂດຍຢືນຢັນວ່ານະຄອນຫຼວງພຽງຢາງ ແມ່ນຈຸດສູນ
ກາງຂອງການແຜ່ລະບາດພະຍາດດັ່ງກ່າວ ນັບຕັ້ງແຕ່ມີການຢືນຢັນການເສຍຊີວິດຈາກພະຍາດ ໂຄວິດ-19 ຢູ່ປະເທດນີ້ຄັ້ງທໍາອິດໃນຕົ້ນອາທິດທີ່ຜ່ານມາ
ທ່ານ ຄິມ ຈອງອຶນ ຜູ້ນໍາ ສປປ ເກົາຫຼີ ກໍໄດ້ລົງຊີ້ນໍາວຽກງານປ້ອງກັນ ແລະ ຮັບມືກັບ ພະຍາດ ດັ່ງກ່າວໂດຍກົງ, ແຕ່ບໍ່ທັນມີຄໍາສັ່ງ ແລະ ແຜນການທີ່ຈະ
ໃຫ້ປະຊາຊົນສັກຢາປ້ອງກັນ ພະຍາດ ໂຄວິດ-19 ຕາມອົງການອະນາໄມໂລກວາງອອກ.

ແຫຼ່ງທີ່ມາ: ໜັງສືພິມ ກອງທັບ
ວັນທີ 23/05/2022