ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມສຸດຍອດອາຊີຕາເວັນອອກ ​ແລະ
​ເຈົ້າໜ້າທີ່​ອາວຸ​ໂສ​ອາຊຽນ + 3 ຈັດ​ແບບ​ລະບົບ​ສື່ສານ​ທາງ​ໄກ


     ຂ່າວສານຫວຽດນາມ ລາຍງານ ໃນວັນທີ 21 ກໍລະກົດນີ້ວ່າ: ກອງປະຊຸມສຸດຍອດອາຊີຕາເວັນ ອອກ (EAS) ໄດ້ໄຂຂຶ້ນແບບລະບົບ​ສື່​ສານ​ທາງ​ໄກ ໂດຍການເຂົ້າ
ຮ່ວມຂອງບັນດາເຈົ້າໜ້າທີ່ອາວຸໂສ 18 ປະເທດ ພາຍໃຕ້ການເປັນປະທານຂອງ ສສ ຫວຽດນາມ ທ່ານ ຫງວຽນ ກ໊ວກ ຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ
ຫວຽດນາມ, ຫົວໜ້າ ເຈົ້າໜ້າທີ່ອາວຸໂສອາຊຽນ ຫວຽດນາມ (SOM) ເນັ້ນໜັກເຖິງໝາກຜົນຂອງການປະຊຸມກັບບັນດາ ທ່ານ ເອກອັກຄະລາຊະທູດ ຂອງບັນດາປະ
ເທດສະມາຊິກກອງປະຊຸມສຸດຍອດອາຊີຕາເວັນອອກ (EAS) ຄັ້ງທຳອິດໃນປີ ເປັນປະທານອາຊຽນຂອງ ຫວຽດນາມ ໂດຍໄດ້ດຳເນີນຢູ່ສຳນັກງານເລຂາທິການອາຊຽນທີ່
ຈາກາຕາ, ປະເທດ ອິນໂດເນເຊຍ ໃນເດືອນກຸມພາທີ່ຜ່ານມາ. ກອງປະຊຸມໄດ້ສະແດງຄວາມຊົມເຊີຍຕໍ່ຫົວຂໍ້ “ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”, ບັນດາບຸລິມະ
ສິດຂອງ ຫວຽດນາມ ເພື່ອແນໃສ່ຊຸກຍູ້ການສ້າງປະຊາຄົມອາຊຽນ, ຍູ້ແຮງການພົວພັນຄູ່ຮ່ວມມື ເພື່ອສັນຕິພາບ ແລະ ພັດທະນາແບບຍືນຍົງ, ເສີມຂະຫຍາຍບົດບາດ
ຂອງ ອາຊຽນ ໃນປະຊາຄົມສາກົນ, ເປີດ ກວ້າງ ແລະ ຍົກລະດັບການພົວພັນກັບຄູ່ຮ່ວມມື, ປະກອບສ່ວນປັບປຸງສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ພັດ
ທະນາໃນພາກພື້ນ.

     ກອງປະຊຸມຄັ້ງນີ້ມີ ທ່ານ ຫງວຽນກ໊ວກຢຸງ ແລະ ທ່ານ ກິມກັນ ຮອງລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ, ຫົວໜ້າ SOM ອາຊຽນ ຍີ່ປຸ່ນ ໄດ້ເປັນປະທານ
ຮ່ວມໂດຍມີຜູ້ຕາງໜ້າບັນດາປະເທດອາຊຽນ+3 ຄື: ຈີນ, ຍີ່ປຸ່ນ ແລະ ສ ເກົາຫຼີ. ກອງປະຊຸມໄດ້ຕີລາຄາສູງຄວາມມານະພະຍາຍາມຂອງຫວຽດນາມ ທີ່ໄດ້ຈັດຕັ້ງຫຼາຍ
ເຫດການອາຊຽນທາງອອນລາຍນັບແຕ່ຕົ້ນປີມາຮອດປັດຈຸບັນປະສົບຜົນສຳ ເລັດ ໂດຍບໍ່ຫວັ່ນ​ໄຫວຕໍ່ບັນດາຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຈາກພະຍາດລະບາດ
Covid -19.