ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກະຊວງປ້ອງກັນປະເທດ ສິງກະໂປ ໝູນຊ່ວຍ​ການຖ່າຍ​ທອດ
ເຕັກ​ໂນ​ໂລ​ຊີ ​ວັກ​ຊີ​ນກັນ​ໂຄ​ວິດ19 ​ໃຫ້ ຫວຽດນາມ


     ສຳນັກຂ່າວ ຫວຽດນາມນິວ ລາຍງານໃນວັນທີ 20 ສິງຫາ ນີ້ວ່າ: ທ່ານ ພົນໂທ ຮ່ວາງ ຊວັນ ຈຽນ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ
ຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານ ພັນເອກ ກວາງ ອີມັດ, ທູດທະຫານ ສິງກະໂປ, ເນື່ອງໃນໂອກາດສຳເລັດການປະຕິບັດໜ້າທີ່ຢູ່ ຫວຽດນາມ;
ພ້ອມກັບ ທ່ານ ພັນເອກ ເບີນາດ, ທູດທະຫານສິງກະໂປ ປະຈຳຫວຽດນາມຄົນໃໝ່.

     ທ່ານ ພົນໂທ ຮ່ວາງ ຊວັນ ຈຽນ ໄດ້ສະແດງຄວາມຊົມເຊີຍພ້ອມທັງຕີລາສູງຕໍ່ການພົວພັນ ຂອງສອງປະເທດ ໂດຍສະເພາະສອງ ກະຊວງປ້ອງກັນ
ປະເທດ ໃນໄລຍະຜ່ານມາ, ສາມາດບັນ ລຸປະຕິບັດສຳເລັດອາຍຸການ ປະຕິບັດງານຢູ່ ຫວຽດນາມ ຢືນຢັນວ່າຍາມໃດ ຫວຽດນາມ ຖືເປັນສຳຄັນການ
ພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ, ຖືນີແມ່ນປະຖົມປັດໄຈ ເພື່ອຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດ ສອງຝ່າຍ ແມ່ນໄດ້ຮັບ
ການເປີດກວ້າງຢ່າງບໍ່ຢຸດຢັ້ງ, ເຂົ້າສູ່ລວງເລິກ ແລະ ນັບມື້ນັບມີປະສິດທິຜົນ, ແທດຈິງໃນຫຼາຍຂົງເຂດ.

     ເນື່ອງໃນໂອກາດນີ້, ທ່ານ ພົນ ໂທ ຮ່ວາງຊວັນຈຽນ ສະເໜີໃຫ້ ກະຊວງປ້ອງກັນປະເທດ ສິງກະໂປ ສ້າງເງື່ອນໄຂໜູນຊ່ວຍ ກະຊວງປ້ອງກັນປະເທດ
ຫວຽດນາມ ສຳຜັດ, ຖ່າຍທອດເຕັກໂນໂລຊີວັກຊີນກັນໂຄວິດ-19 ແລະ ທ່ານທູດທະຫານ ສິງກະໂປ ກໍໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່ເຈດຕະນາລວມ
ຂອງການຮ່ວມມື ແລະ ຈະໜູນຊ່ວຍຫວຽດ ນາມຫວຽດ ໃນການປ້ອງກັນການແຜ່ລະບາດຂອງໂຄວິດ-19.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 23/08/2021