ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈີນ ​ເລັ່ງລັດ​ຜະລິດ​ວັກ​ຊີ​ນປ້ອງກັນພະຍາດວັນນະໂລກເພື່ອຊ່ວຍ​ເຫຼືອປະຊາ​ຄົມ​ໂລກ


ທ່ານ ຈາວຫຼີຈຽນ ໂຄສົກ ກະຊວງການຕ່າງປະເທດ ຂອງຈີນ

     ສໍານັກຂ່າວ ຊິນຮ່ວາ ໃຫ້ຮູ້ໂດຍອີງຕາມ: ທ່ານ ຈາວຫຼີຈຽນ ໂຄສົກ ກະຊວງການຕ່າງປະເທດ ຂອງຈີນກ່າວວ່າ: ນັບຕັ້ງແຕ່ການລະບາດຂອງພະຍາດ
ປອດອັກເສບໃໝ່, ລັດຖະບານ ຈີນ ໄດ້ນຳໃຊ້ວັກຊີນປ້ອງກັນພະຍາດວັນນະໂລກທີ່ມີປະສິດຕິພາບ ເພື່ອນໍາໄປສັກປ້ອງກັນໃຫ້ແກ່ປະຊາຊົນພາຍໃນປະເທດ
ແລະ ພ້ອມທີ່ຈະເລັ່ງລັດໃນການຜະລິດເພື່ອນໍາໄປຊ່ວຍເຫຼືອປະຊາຄົມໂລກ.

     ການສັກຢາວັກຊີນປ້ອງກັນ ວັນນະໂລກ ມີເສັ້ນທາງເຕັກນິກ 5 ຢ່າງ ສຳລັບການສັກວັກຊີນອາ ຊິດນິວເຄຼຍ, ວຽກງານການຄົ້ນຄວ້າ ແລະ ອອກແບບ
R&D ໄດ້ດຳເນີນໄປຕາມມາດຕະຖານ ແລະ ເປັນລະບຽບຮຽບຮ້ອຍ. ຈີນມີວັກຊີນຫຼາຍຊະນິດທີ່ກໍາລັງ ດໍາເນີນການທົດລອງທາງດ້ານຄຣີນິກໄລຍະ III,
ແລະ ວັກຊີນອື່ນໆ ຈຳນວນຫຼາຍພ້ອມ​ທັງກໍາລັງເລັ່ງການທົດລອງທາງຄຣີນິກໄລຍະ I ແລະ II. ໜ່ວຍງານຄົ້ນຄວ້າ ແລະ ພັດທະນາວັກຊີນຂອງ ຈີນ ພ້ອມ
ນັກຄົ້ນຄວ້າວິທະຍາສາດ ສ່ວນໃຫຍ່ແມ່ນປະຕິບັດຕາມກົດໝາຍທາງວິທະຍາສາດຢ່າງ ເຂັ້ມງວດ ແລະ ພວກເຂົາໄດ້ເລັ່ງລັດເຮັດວຽກຢ່າງໜັກເພື່ອຊຸກ
ຍູ້ການຄົ້ນຄວ້າ - ພັດທະນາວັກຊີນ ທັງກາງເວັນ ແລະ ກາງຄືນ. ປວງຊົນຈີນທຸກຄົນຫວັງວ່າຈະໄດ້ຍິນຂ່າວດີໄວເທົ່າທີ່ຈະໄວໄດ້. ທ່ານ ຈາວຫຼີຈຽນ ຍັງ
ໄດ້ກ່າວອີກວ່າ: ລັດຖະບານ ແລະ ວິສາຫະກິດ ຈີນ ໄດ້ຕັ້ງໜ້າເຂົ້າຮ່ວມການຮ່ວມມືການສັກຢາກັນພະຍາດສາກົນ ໂດຍຜ່ານຫຼາຍຊ່ອງທາງ ແລະ ຫຼາຍ
ຝ່າຍ. ຈີນຈະຮັກສາການສື່ສານ ແລະ ການຮ່ວມມືຢ່າງໃກ້ຊິດກັບບັນດາອົງການຈັດຕັ້ງສາກົນເຊັ່ນ: ອົງການອະນາໄມໂລກ, ພັນທະມິດໂລກເພື່ອຮ່ວມການ
ສັກຢາກັນພະຍາດ, ສ້າງຄວາມສາມັກຄີດ້ານການຊ່ວຍຫຼາຍສູນຂອງສາກົນ. ນອກນັ້ນ ຈີນ ຍັງໄດ້ເຂົ້າຮ່ວມແຜນການຈັດຕັ້ງປະຕິບັດວັກຊີນປ້ອງກັນພະ
ຍາດອັກເສບປອດໃໝ່ເພື່ອສົ່ງເສີມການແຈກຢາຍວັກຊີນໃຫ້ບັນດາປະເທດ ໃຫ້ເທົ່າທຽມກັນ, ຮັບປະກັນໃຫ້ວັກຊີນສະໜອງເຖິງບັນດາປະເທດທີ່ກຳລັງ
ພັດທະນາ.