ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຖານທູດ ສະຫະລັດ​ໃນ ​ອີ​ຣັກ ຖືກ​ໂຈມ​ຕີ​ດ້ວຍ​ຈະຫຼວດ 2 ຄັ້ງ​ໃນ​ເດືອນດຽວ

     ຕາມການລາຍງານຂອງສໍານັກຂ່າວເອພີໃນ ວັນທີ 21 ທັນວາ, ໂດຍອີງຕາມ ກອງທັບອີຣັກ ອອກຖະແຫຼງການວ່າ: ມີກອງກໍາລັງບໍ່ຮູ້ຝ່າຍໄດ້ຍິງຈະ
ຫຼວດຄາຢຸດຊາຈໍານວນ 8 ລູກ ໃສ່ເຂດສະຖານທູດສະຫະລັດອາເມຣິກາ ເຊິ່ງຕັ້ງຢູ່ເຂດທີ່ມີຄວາມໝັ້ນຄົງສູງໃນນະຄອນແບັກແດດໃນຄືນວັນອາທິດທີ່
ຜ່ານມາ.

     ເບື້ອງຕົ້ນມີລາຍງານວ່າ: ເຈົ້າໜ້າທີ່ຮັກສາຄວາມໝັ້ນຄົງຄົນໜຶ່ງໄດ້ຮັບບາດເຈັບ ແລະ ຊັບສິນ ບໍລິເວນດັ່ງກ່າວໄດ້ຮັບຄວາມເສຍຫາຍເລັກໜ້ອຍ.
ຈາກນັ້ນເອກອັກຄະລຊະທູດ ສະຫະລັດອາເມຣິກາ ໄດ້ອອກຖະແຫຼງວ່າ: ລະບົບປ້ອງກັນໄພທາງອາກາດໄດ້ສະກັດຈະຫຼວດເພື່ອບໍ່ໃຫ້ຕົກໃສ່ອາຄານພາຍ
ໃນສະຖານທູດ ແລະ ຮຽກຮ້ອງ ໃຫ້ລັດຖະບານ ອີຣັກ ເພີ່ມຄວາມຈິງຈັງໃນການປ້ອງກັນບໍ່ໃຫ້ເກີດເຫດການ ແບບນີ້ຊໍ້າຮອຍອີກ.

     ທັງນີ້, ສະຫະລັດ ຍັງໄດ້ເປີດເຜີຍເລື່ອງການຫຼຸດບຸກຄະລາກອນຈໍານວນໜຶ່ງ ທີ່ປະຈໍາສະຖານທູດອາເມຣິກາ ໃນອີຣັກ ເຖິງວ່າບໍ່ມີການຊີ້ແຈງເຫດຜົນ
ຢ່າງລະອຽດ, ແຕ່ສື່ຫຼາຍແຫ່ງລາຍງານໄປໃນທິດທາງດຽວກັນວ່າ: ລັດຖະບານ ສະຫະລັດ ອາເມຣິກາ ມີຄວາມກັງວົນຕໍ່ບັນຍາກາດທາງການເມືອງໃນຕະ
ເວັນອອກກາງ ໂດຍສະເພາະໃກ້ຈະຮອດວັນຄົບຮອບ 1 ປີ ທີ່ກອງທັບ ສະຫະລັດ ລັກລອບ ສັງຫານນາຍພົນສຸໄລມານີຂອງ ອີຣານ ດ້ວຍການໃຊ້ໂດຣນ
ໂຈມຕີໃນເດືອນ ມັງກອນ ທີ່ຜ່ານມາ.