ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈຳນວນ​ຜູ້​ທີ່​ຖືກ​ບົ່ງ​ມະ​ຕິຕິດ​ເຊື້ອ​ເປັນ​ພະຍາດ​ໂຄ​ວິດ 19 ​ໃນ​ທົ່ວ​ໂລກ
ມີ​ທັງໝົດ​ເຖິງ 422.188.754 ກໍລະນີ


     ສໍານັກຂ່າວ ຊິນຮ່ວາ ໃຫ້ຮູ້ວ່າ: ອີງຕາມຕົວເລກຂໍ້ມູນຫຼ້າສຸດທີ່ອົງການອະນາໄມໂລກ ຫຼື WHO ເປີດເຜີຍ, ສະແດງໃຫ້ເຫັນວ່າ: ຈຳນວນຜູ້ຖືກບົ່ງ
ມະຕິຕິດ​ເຊື້ອພະຍາດ ໂຄວິດ-19 ໃນທົ່ວໂລກມີທັງໝົດເຖິງ 422.188.754 ກໍລະນີ.

     ຕົວເລກຂໍ້ມູນຫຼ້າສຸດທີ່ເປີດເຜີຍຢູ່ເວັບໄຊ WHO ສະແດງໃຫ້ເຫັນວ່າ: ມາຮອດເວລາ 01 ໂມງ 36 ນາທີ ຂອງວັນທີ 22 ກຸມພາ ນີ້ຕາມເວລາວຽງ
ຈັນ, ຈຳນວນຜູ້ຖືກບົ່ງມະຕິຕິດ​ເຊື້ອພະຍາດ ໂຄວິດ-19 ເພີ່ມ  ໃໝ່ຕໍ່ມື້ໃນທົ່ວໂລກມີເຖິງ 1.597.571 ກໍລະນີ, ລວມທັງໝົດແມ່ນ 422.188.754
ກໍລະນີ, ມີຜູ້ເສຍຊີວິດເພີ່ມໃໝ່ຕໍ່ມື້ຍ້ອນເປັນພະຍາດດັ່ງກ່າວ 9.197 ຄົນ, ລວມທັງໝົດແມ່ນ 5.876.766 ຄົນ.

ແຫຼ່ງທີ່ມາ: ໜັງສືພິມ ກອງທັບ
ວັນທີ 24/02/2022