ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈຳນວນຜູ້ຕິດເຊື້ອພະຍາດ ໂຄວິດ-19 ທົ່ວໂລກ​ເພີ່ມ​​ສູງຂຶ້ນ​ 1 ລ້ານ​ກວ່າ​ຄົນ


     ອີງຕາມການລາຍງານ ຂອງອົງການອະນາໄມໂລກ ອົງການສະຫະປະຊາຊາດ, ປັດຈຸບັນຈຳນວນຜູ້ຖືກບົ່ງມະຕິຕິດເຊື້ອພະຍາດ ໂຄວິດ-19 ໃນທົ່ວ
ໂລກມີທັງໝົດເຖິງ 469.212.705 ກໍລະນີ.

     ອີງຕາມຕົວເລກຂໍ້ມູນຫຼ້າສຸດທີ່ອົງການອະນາໄມໂລກ ຫຼື WHO ເປີດເຜີຍໃນວັນທີ 21 ມີນານີ້, ສະແດງໃຫ້ເຫັນວ່າ: ຈຳນວນຜູ້ຖືກບົ່ງມະຕິຕິດເຊື້ອ
ພະຍາດ ໂຄວິດ-19 ໃນທົ່ວໂລກມີທັງໝົດ 469.212.705 ກໍລະນີ. ຕົວເລກຂໍ້ມູນຫຼ້າສຸດທີ່ເປີດເຜີຍຜ່ານທາງເວັບໄຊ WHO ສະແດງໃຫ້ເຫັນວ່າ: ມາ
ຮອດເວລາ 23 ໂມງ 18 ນາທີ ຂອງວັນ ທີ 21 ມີນາ ນີ້, ຕາມເວລາວຽງຈັນ, ຈຳນວນຜູ້ຖືກບົ່ງມະຕິຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ຕໍ່ມື້ໃນທົ່ວ
ໂລກມີເຖິງ 1.009.950 ກໍລະນີ, ມີຜູ້ເສຍຊີວິດເພີ່ມໃໝ່ຕໍ່ມື້ຍ້ອນຕິດເຊື້ອພະຍາດດັ່ງກ່າວ 3.194 ຄົນ, ລວມທັງໝົດແມ່ນ 6.077.252 ຄົນ.

ແຫຼ່ງທີ່ມາ: ໜັງສືພິມ ກອງທັບ
ວັນທີ 24/03/2022