ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຣັດເຊຍ ປະກາດ​ຫ້າມ​ບຸກຄົນ​ທີ່​ສຳຄັນຂອງ ອາເມຣິກາ ​ເຂົ້າປະ​ເທດ


     ສໍານັກຂ່າວ ຊິນຮ່ວາ ໃຫ້ຮູ້ວ່າ: ຣັດເຊຍ ໄດ້ປະກາດຫ້າມຊາວ ອາເມຣິກາ 963 ຄົນ ບໍ່ໃຫ້ເຂົ້າ ປະເທດຕົນຢ່າງຖາວອນ, ໃນນັ້ນລວມທັງ ທ່ານ ໂຈ
ໄບເດັນ ປະທານາທິບໍດີສະຫະລັດອາເມຣິກາ.

     ວັນທີ 21 ພຶດສະພານີ້ຕາມເວລາທ້ອງຖິ່ນ, ກະຊວງການຕ່າງປະເທດ ຣັດເຊຍ ໄດ້ປະກາດບຸກຄົນທີ່ສໍາຄັນຊາວ ອາເມຣິກາ 963 ຄົນ ຫ້າມເຂົ້າປະ
ເທດຕົນເດັດຂາດ, ເຊິ່ງລາຍຊື່ດັ່ງກ່າວມີພະນັກງານການນໍາຂັ້ນສູງ, ເຈົ້າໜ້າທີ່ກະຊວງການຕ່າງປະເທດ, ນັກການເມືອງ ແລະ ນັກທຸລະກິດຕ່າງໆ. ໃນນີ້,
ລວມມີ ທ່ານ ໄບເດັນ ປະທານາທິບໍດີ ສະຫະລັດອາເມຣິກາ ພ້ອມດ້ວຍລູກຊາຍຂອງທ່ານ.

     ກະຊວງການຕ່າງປະເທດ ຣັດເຊຍ ກ່າວວ່າ: ນີ້ແມ່ນການຕອບໂຕ້ຕໍ່ການກະທຳທີ່ບໍ່ສອດຄ່ອງຂອງ ອາເມຣິກາ ຕໍ່ ຣັດເຊຍ. ຣັດເຊຍ ຈະສືບຕໍ່ຕອບ
ໂຕ້ຢ່າງບໍ່ຢຸດຢັ້ງຕໍ່ການສໍ້ລາດບັງຫຼວງຂອງ ອາເມຣິກາ ແລະ ຮຽກຮ້ອງໃຫ້ລັດຖະບານສະຫະລັດ ອາເມຣິກາ ຕ້ອງປ່ຽນແປງການກະທໍາດັ່ງກ່າວ ເພື່ອຄວາມ
ເປັນລະບຽບ ຂອງໂລກສະໄໝໃໝ່. ຣັດເຊຍ ບໍ່ຢາກມີການປະທະກັບ ອາເມຣິກາ ແລະ ຍິນດີເປີດກວ້າງການເຈລະຈາທາງການທູດ.

ແຫຼ່ງທີ່ມາ: ໜັງສືພິມ ກອງທັບ
ວັນທີ 24/05/2022