ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທະຫານ​ຊັ້ນນາຍ​ພົນ ຣັດ​ເຊຍ ປະສົບ​ເຫດ​ລະ​ເບີດ​ເສຍ​ຊີວິດ​ໃນ ຊີຣີ


     ສໍານັກຂ່າວຊິນຮວ່າ ໃຫ້ຮູ້ໂດຍອີງຕາມການລາຍງານຂອງ ກະຊວງປ້ອງກັນປະເທດ ຣັດເຊຍ ຢັ້ງຢືນວ່າ: ນາຍພົນຄົນໜຶ່ງຂອງ ຣັດເຊຍ ໄດ້ເສຍຊີວິດດ້ວຍເຫດລະ
ເບີດທີ່ບໍ່ມີຕົວຕົນ (IED) ຢູ່ໃນ ຊີຣີໃນວັນອັງຄານ ວັນທີ 18 ສິງຫາ 2020 ແລະ ທະຫານສອງຄົນໄດ້ຮັບບາດເຈັບ.

     ມີລາຍງານວ່າ: ລະເບີດໄດ້ເກີດຂຶ້ນໃກ້ໆກັບປໍ້ານໍ້າມັນແຫ່ງໜຶ່ງ ທີ່ຢູູ່ຫ່າງຈາກນະຄອນຫຼວງ ຊີຣີ 15 ກິໂລແມັດ. ຕາມຂ່າວໃຫ້ຮູ້ຕື່ມວ່າ: ຂະບວນລົດກອງທັບ ຣັດ
ເຊຍ ຖືກໂຈມຕີໃນຂະນະທີ່ກັບມາຈາກການປະຕິບັດງານ.

     ກະຊວງປ້ອງກັນປະເທດ ຣັດເຊຍ ລະບຸວ່າ: ເປັນລະເບີດທີ່ມີການປະກອບຂຶ້ນມາໂດຍສະເພາະ. ຈາກນັ້ນ, ໄດ້ນໍາມາວາງໄວ້ຂ້າງທາງ. ພາຍຫຼັງຂະບວນລົດທະຫານ
ຣັດເຊຍ ປະສົບອຸບັດຕິເຫດ, ເຮັດໃຫ້ທະຫານ 3 ຄົນໄດ້ຮັບບາດເຈັບ. ໃນລະຫວ່າງການຈັດສົ່ງ ແລະ ຊ່ວຍເຫຼືອດ້ານການປິ່ນປົວ, ນາຍພົນທີ່ປຶກສາດ້ານ ການທະຫານ
ອາວຸໂສ ຣັດເຊຍ ໄດ້ເສຍຊີວິດຍ້ອນອາການບາດເຈັບສາຫັດຊ່ວຍບໍ່ທັນ. ປັດຈຸບັນພາກສ່ວນກ່ຽວຂ້ອງກໍາລັງສືບສວນສອບສວນຫາສາເຫດຜູ້ກໍ່ການຮ້າຍດັ່ງກ່າວ.