ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສິງກະໂປ ອານຸຍາດ​ໃຫ້ ຜູ້​ທີ​່ເດີນທາງ​ມາ​ຈາກ​ບາງ​ປະ​ເທດ ​ເຂົ້າປະ​ເທດ​ໂດຍ​ບໍ່​ຕ້ອງ​ກັກ​ໂຕ


     ສໍານັກຂ່າວ ອາເອັບປີ ລາຍງານໃນ ວັນທີ 23 ສິງຫາ ນີ້ວ່າ: ສິງກະໂປ ກຽມເປີດຊ່ອງທາງເພື່ອອໍານວຍຄວາມສະດວກ ໃຫ້ກັບຜູ້ທີ່ເດີນທາງມາຈາກ
ເຢຍລະມັນ ແລະ ບຣູໄນ ດາລູຊາລໍາ ທີ່ສັກວັກຊີນປ້ອງກັນໂຄວິດ-19 ຄົບຕາມຈໍານວນສາມາດເດີນທາງເຂົ້າ ສິງກະໂປ ໄດ້ໂດຍບໍ່ຕ້ອງກັກໂຕ.

     ຄາດວ່າການເປີດຊ່ອງທາງດັ່ງກ່າວຈະເລີ່ມຕົ້ນພາຍໃນເດືອນ ກັນຍາ ນີ້. ເຖິງຢ່າງໃດກໍຕາມ, ບຸກຄົນເຫຼົ່ານີ້ຈະຕ້ອງໄດ້ເຂົ້າຮັບການກວດຫາເຊື້ອໄວຣັດ
ໂຄວິດ-19 ຢ່າງຕໍ່ເນື່ອງ. ການເຄື່ອນໄຫວດັ່ງກ່າວຖືເປັນຄັ້ງທໍາອິດທີ່ປະເທດ ສິງກະໂປ ເປີດຊ່ອງທາງການເດີນທາງໃຫ້ກັບຜູ້ທີ່ສັກວັກຊີນແລ້ວເປັນຕົ້ນ.

     ນອກຈາກນີ້, ໂຄງການດັ່ງກ່າວຍັງເນັ້ນໜັກເຖິງຄວາມມຸ່ງໝັ້ນຂອງ ສິງກະໂປ ທີ່ຈະກັບມາເປີດ ປະເທດ ເພື່ອເປັນການຟື້ນຟູ ສະຖານະການ ເປັນສູນ
ກາງການເດີນທາງ ທາງອາກາດຫຼັງຈາກໄດ້ຮັບຜົນກະທົບຢ່າງໜັກນັບຕັ້ງແຕ່ ໂຄວິດ-19 ເລີ່ມລະບາດມາຕັ້ງແຕ່ຕົ້ນປີທີ່ຜ່ານມາ ແລະ ສົ່ງຜົນກະທົບຕໍ່ການ
ເດີນທາງໃນທົ່ວໂລກ.

     ທ່ານ ເອວ ອີວາຣັນ ລັດຖະມົນຕີກະຊວງຄົມມະນາຄົມ ສິງກະໂປ ກ່າວວ່າ: ສິງກະໂປຍັງຄົງປິດເຂດແດນສ່ວນຫຼາຍສໍາລັບການເດີນທາງທົ່ວໄປຂະນະ
ທີ່ສະໜາມບິນ ຊາງງີ ເປີດໃຫ້ບໍລິການແກ່ນັກເດີນທາງ ພຽງ 3% ຂອງລະດັບກ່ອນເກີດພະຍາດລະບາດ ພ້ອມນັ້ນທ່ານຍັງໄດ້ກ່າວຕື່ມວ່າ: ໃນຖານະປະ
ເທດນ້ອຍໆ ແລະ ມີລະບົບເສດຖະກິດແບບເປີດກວ້າງ, ຄວາມເປັນຢູ່ ແລະ ຄວາມສໍາເລັດຂອງ ສິງກະໂປ ຈຶ່ງຕ້ອງເພິ່ງພາການເປີດປະເທດ ແລະ ການ
ເຊື່ອມໂຍງກັບໂລກໃຫ້ຫຼາຍຂຶ້ນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 24/08/2021