ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສປຊ ຮຽກຮ້ອງ​ລະດົມ​ການ​ຊ່ວຍ​ເຫຼືອດ້ານ​ມະນຸດສະທຳ​ສຳລັບຊາວອົບພະຍົບ​ໃນ ເອທີໂອປີ


     ສໍານັກຂ່າວຊິນຮວາໃຫ້ຮູ້ເມື່ອ ວັນທີ 23 ພະຈິກນີ້, ໂດຍອ້າງຕາມ ທ່ານ ກູເຕີເຣດ ເລຂາທິການໃຫຍ່ສະຫະປະຊາຊາດ ໄດ້ກ່າວວ່າ: ສະຫະປະຊາຊາດ
ກຳລັງເຮັດທຸກສິ່ງທຸກຢ່າງເທົ່າທີ່ສາມາດເຮັດໄດ້ເພື່ອລະດົມການຊ່ວຍເຫຼືອດ້ານມະນຸດສະທຳສຳລັບຊາວອົບພະຍົບ ເອທີໂອປີ ທີ່ເຂົ້າປະເທດ ຊູດັງ.

     ລັດຖະບານ ເອທິໂອປີ ໄດ້ປະກາດວ່າ: ກອງກຳລັງປ້ອງກັນປະເທດ ເອທິໂອປີ ໄດ້ຢຶດເອົາ 2 ເມືອງໃນພາກເໜືອຂອງ ລັດທາຍເກ ແລະ ຍັງສືບຕໍ່ຊຸກຍູ້
ການປະຕິບັດງານທາງທະຫານໃນລັດດັ່ງກ່າວ.

     ການປະທະກັນດ້ວຍກຳລັງປະກອບອາວຸດລະຫວ່າງລັດຖະບານກາງຂອງ ເອທິໂອປີ ກັບແນວຮ່ວມອິດສະຫຼະພາບຂອງ ປະຊາຊົນເຂດ ທາຍເກຣ ເຊິ່ງ
ເປັນພັກການເມືອງໃນລັດດັ່ງກ່າວ, ການປະທະໄດ້ແກ່ຍາວເປັນເວລາຫຼາຍກວ່າສອງອາທິດແລ້ວ. ລັດຖະບານ ເອທິໂອປີ ໄດ້ກ່າວໃນຖະແຫຼງການໃນ ວັນທີ
20 ພະຈິກຜ່ານມານີ້ວ່າ: ກອງກຳລັງປ້ອງກັນຊາດ ໄດ້ຄວບຄຸມ ເມືອງ ອາຊາມ, ອາວາ ແລະ ເຂດອ້ອມຂ້າງອາດີກາ ໃນລັດ ທາຍເກ.

     ທ່ານ ຮູຊຽມ ໂຄສົກ ລັດຖະບານ ເອທິໂອປີ ໄດ້ກ່າວວ່າ: ກອງກຳລັງປ້ອງກັນຊາດ ກຳລັງປິດລ້ອມເມືອງ ແມັກເກເລ, ເມືອງ ບາຮິດາ ຕື່ມອີກ.