ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສປຊ ຮຽກຮ້ອງ​ໃຫ້ ຣັດ​ເຊຍ-ອູ​ແກຣນ ສຶບຕໍ່​ແກ້​ໄຂ​ບັນຫາ​ໂດຍ​ສັນຕິ


ທ່ານ ກູເຕີເຣດ ປະທານອົງການສະຫະປະຊາຊາດ

     ຂ່າວສານ ຊິນຮ່ວາ ໃຫ້ຮູ້ວ່າ: ທ່ານ ກູເຕີເຣດ ປະທານອົງການສະຫະປະຊາຊາດ ໄດ້ສະແດງຄວາມກັງວົນຢ່າງເລິກເຊິ່ງຕໍ່ການຕັດສິນໃຈຂອງ ຣັດເຊຍ
ທີ່ຈະຮັບຮູ້ "ສາທາລະນະລັດປະຊາຊົນ ດອນເນດສະກາ" ແລະ "ສາທາລະນະລັດປະຊາຊົນ ລູຮັນສະກາ" ຢູ່ພາກຕາເວັນອອກຂອງ ອູແກຣນ ແລະ ຮຽກຮ້ອງ
ໃຫ້ບັນດາຝ່າຍທີ່ກ່ຽວຂ້ອງໃຫ້ບູລິມະສິດການເຄື່ອນໄຫວທາງການທູດ ແລະ ແກ້ໄຂທຸກບັນຫາ ໂດຍສັນຕິ.

     ທ່ານ ກູເຕເຣດ ໄດ້ອອກຖະແຫຼງການຜ່ານໂຄສົກຄົນໜຶ່ງໃນວັນດຽວກັນ, ໂດຍຮຽກຮ້ອງໃຫ້ທຸກຝ່າຍແກ້ໄຂການປະທະກັນຢູ່ພາກຕາເວັນອອກ ອູ
ແກຣນ ​ໂດຍສັນຕິວິທີຕາມຂໍ້ຕົກລົງ Minsk ທີ່ສະພາຄວາມໝັ້ນຄົງໄດ້ຮັບຮູ້. ຖະແຫຼງການກ່າວວ່າ: ອີງຕາມມະຕິທີ່ກ່ຽວຂ້ອງຂອງສະມັດຊາໃຫຍ່ອົງການ
ສະຫະປະຊາຊາດ, ສະຫະປະຊາຊາດຍັງຄົງສະໜັບສະໜູນຢ່າງເຕັມສ່ວນຕໍ່ ເອກະລາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ອູແກຣນ ໃນຂອບ
ເຂດທີ່ໄດ້ຮັບການຮັບຮອງຈາກສາກົນ. ຖະແຫຼງການຍັງ​ໄດ້ຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງຢຸດຕິການປະທະກັນໃນທັນທີ, ປົກປ້ອງພົນລະເຮືອນ ແລະ
ພື້ນຖານໂຄງລ່າງຂອງພົນລະເຮືອນ, ສະກັດກັ້ນບັນດາການກະທຳ ແລະ ຄຳເວົ້າທີ່ອາດຈະເຮັດໃຫ້ສະຖານະການຮ້າຍແຮງ ແລະ ໃຫ້ບູລິມະສິດການເຄື່ອນ
ໄຫວທາງການທູດ ເພື່ອແກ້ໄຂທຸກບັນຫາໂດຍສັນຕິ.

ແຫຼ່ງທີ່ມາ: ໜັງສືພິມ ກອງທັບ
ວັນທີ 25/02/2022