ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງ​ປະຊຸມ​ປະສານ​ງານ​ປະຊາ​ຄົມ​ວັດທະນະທຳ-ສັງຄົມ​ອາຊຽນ ຄັ້ງ​ທີ 16


     ສຳນັກຂ່າວ ຊີເອັນເອັນ ປະຈຳ ມາເລເຊຍ ລາຍງານໃນ ວັນທີ 23 ມີນານີ້ວ່າ: ກະຊວງວັດທະນະທຳ, ຊາວໜຸ່ມ ແລະ ກີລາ ບຣູໄນ ໄດ້ສົມທົບກັບ
ຄະນະເລຂາອາຊຽນ ຈັດຕັ້ງກອງປະຊຸມປະສານງານປະຊາຄົມວັດທະນະທຳ-ສັງຄົມ ອາຊຽນ (SOC – COM) ຄັ້ງ ທີ 16, ເພື່ອແນໃສ່ເພີ່ມທະວີກຳລັງ
ແຮງສັງລວມລະຫວ່າງຂະແໜງ ແລະ ບັນດາເສົາຄ້ຳ ຂອງປະຊາຄົມວັດທະນະທຳ-ສັງຄົມ ອາຊຽນ (ASCC). ກອງປະຊຸມ, ບັນດາຜູ້ແທນ ໄດ້ຮັບຮອງ
ຄວາມຈຳເປັນຕ້ອງເພີ່ມທະວີການຮ່ວມມືຕ້ານຄືນການລະບາດພະຍາດໂຄວິດ - 19 ແລະ ບັນດາຜົນກະທົບຈາກການລະບາດຂອງພະຍາດດັ່ງກ່າວ.

     ບັນດາອົງການຂະແໜງການຂອງ ASCC ໄດ້ສຳຫຼວດກວດຄືນຄວາມຄືບໜ້າຜັນຂະຫຍາຍກໍຄື ສະເໜີບັນດາຂໍ້ລິເລີ່ມບຸລິມະສິດຂອງຕົນ ໃຫ້
ສອດຄ່ອງກັບຂອບເຂດການຟື້ນຟູຮອບດ້ານ ອາຊຽນ (ACRF). ກອງປະຊຸມຍັງ​ໄດ້ແນະນຳກ່ຽວກັບຄວາມຄືບໜ້າຂອງ ການຮຽບຮຽງຍຸດທະສາດ
ໂຮມເຂົ້າເປັນໜຶ່ງດຽວຂອງການປະຕິວັດອຸດສາຫະກຳ 4.0 ໃນນັ້ນເນັ້ນໜັກເຖິງການຮ່ວມມືຢ່າງແຮງ ລະຫວ່າງຂະແໜງ ແລະ ລະຫວ່າງເສົາຄ້ຳຕ່າງໆ.
ຍຸດທະສາດດັ່ງກ່າວໄດ້ຮັບຄວາມຫວັງວ່າຈະຊ່ວຍໃຫ້ພາກພື້ນອາຊຽນ ຮັບມືກັບບັນດາສິ່ງທ້າທາຍຈາກການປະຕິວັດດັ່ງກ່າວໃນສະພາບການທີ່ໂລກ
ລະບາດໂຄວິດ - 19 ສືບຕໍ່ແຜ່ລະບາດ