ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເກີດເຫດໄຟໄໝ້ກຳປັ່ນໂດຍສານຂອງ ຟີລິບປິນ ເຮັດໃຫ້ມີຜູ້ເສຍຊີວິດ 7 ຄົນ


     ກອງຕຳຫຼວດປ້ອງກັນແຄມຝັ່ງທະເລຂອງ ຟີລິບປິນ ແຈ້ງໃຫ້ຮູ້ໃນ ວັນທີ 23 ພຶດສະພານີ້ວ່າ: ໃນຕອນເຊົ້າມື້ດຽວກັນ, ກຳປັ່ນໂດຍສານລຳໜຶ່ງທີ່ບັນ
ທຸກຜູ້ໂດຍສານຈຳນວນ 124 ຄົນ ແລະ ລູກເຮືອ 10 ຄົນ ໄດ້ເກີດເຫດໄຟໄໝ້ຢູ່ເຂດທະເລໃກ້ແຂວງຄຸຍຊອນ ຢູ່ທາງພາກກາງເກາະ ລູຊອນ ຂອງ ຟີລິບ
ປິນ, ເຮັດໃຫ້ຜູ້ໂດຍສານເສຍຊີວິດ ແລ້ວຢ່າງໜ້ອຍ 7 ຄົນ ແລະ ຫາຍສາບສູນ 4 ຄົນ.

     ທ່ານ ອາມານດ໌ ບາລີໂລ ໂຄສົກກອງຕຳຫຼວດປ້ອງກັນເຂດແຄມຝັ່ງທະເລຂອງ ຟີລິບປິນ ກ່າວວ່າ: ໃນເວລາ 5 ໂມງມື້ດັ່ງກ່າວ, ກຳປັ່ນໂດຍສານລຳ
ດັ່ງກ່າວໄດ້ອອກເດີນທາງ ຈາກເກາະ ໂປລິວໂລ ໄປທ່າກຳປັ່ນ ແຫ່ງໜຶ່ງຢູ່ເມືອງ ເຣວ ຂອງ ຟີລິບປິນ ແລະ ໄດ້ເກີດໄຟໄໝ້ ໃນຫ່າງຈາກທ່າບໍ່ຮອດ 1 ກິ
ໂລແມັດ.

     ທ່ານ ອາມານດ໌ ບາລີໂລ ກ່າວຕື່ມວ່າ: ການຄົ້ນຫາຊ່ວຍເຫຼືອຍັງສືບຕໍ່ດຳເນີນຢູ່, ປັດຈຸບັນມີ 120 ຄົນ ໄດ້ຮັບການກອບກູ້ ແລະ ປອດໄພແລ້ວ, ຍັງ
ມີ 3 ຄົນບາດເຈັບສາຫັດ ແລະ ປິ່ນປົວຢູ່ໂຮງໝໍຕຳຫຼວດ ຟີລິບປິນ ໄດ້ດຳເນີນການສືບສວນ-ສອບສວນຊອກຫາສາເຫດທີ່ພາໃຫ້ເກີດເຫດດັ່ງກ່າວ.

ແຫຼ່ງທີ່ມາ: ໜັງສືພິມ ກອງທັບ
ວັນທີ 25/05/2022