ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ການລະບາດ​ຂອງພະຍາດ ໂຄວິດ-19 ສ້າງ​ຄວາມ​ສັບສົນ​ວຸ່ນວາຍ​
ສ້າງ​ຄວາມ​ເສຍ​ຫາຍ​ສັ່ນ​ສະ​ເທືອ​ນ​ໄປ​ທົ່ວ​ໂລກ


ພະຍາດ ໂຄວິດ-19

     ການແຜ່ລະບາດຢ່າງວ່ອງໄວ, ຢູ່ນອກເໜືອການຄາດຄະເນເກືອບທັງໝົດ, ພາຍຫຼັງເກີດຂຶ້ນມາເປັນເວລາ 1 ປີ, ການລະບາດຂອງພະຍາດ ໂຄວິດ-19
ໄດ້ແຜ່ຂະຫຍາຍໄປກວ່າ 230 ປະເທດ ແລະ ເຂດແຄ້ວນດ້ວຍຜູ້ຕິດເຊື້ອພະຍາດ ໂຄວິດ-19 ເກືອບ 80 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດແລ້ວ 1,7 ລ້ານ
ຄົນ. ບໍ່ພຽງແຕ່ເທົ່ານັ້ນ, ການລະບາດຂອງພະຍາດຍັງສົ່ງຜົນກະທົບຢ່າງຮ້າຍແຮງເຖິງການເຄື່ອນໄຫວໄປມາ ແລະ ລະບົບສະໜອງທົ່ວໂລກ, ເຮັດໃຫ້ບັນດາ
ພື້ນຖານເສດຖະກິດເກືອບທັງໝົດຕົກເຂົ້າສູ່ສະພາບຊຸດໂຊມ.

     ການລະບາດຂອງພະຍາດ ໂຄວິດ-19 ເລີ່ມຈາກນະຄອນອູຮັນ (ແຂວງ ຫູເປີຍ, ປະເທດຈີນ) ໃນເດືອນ ທັນວາ 2019 ແລະ ຮອດວັນທີ 11 ມີນາ
2020 ອົງການອະນາໄມໂລກ (WHO) ປະກາດວ່າເປັນພະຍາດທີ່ລະບາດທົ່ວໂລກ. ດ້ວຍການແຜ່ລະບາດຢ່າງແຮງນັ້ນ, ພະຍາດໄດ້ສົ່ງຜົນກະທົບຢ່າງຮ້າຍ
ແຮງເຖິງ ທຸກດ້ານໃນຊີວິດສັງຄົມຂອງບັນດາປະເທດ, ເຮັດໃຫ້ການເຄື່ອນໄຫວດ້ານການທ່ອງທ່ຽວທົ່ວໂລກ ຖືກຢຸດສະງັກ, ລະບົບສະໜອງຖືກຕັດຕອນ,
ຫຼາຍປະເທດຕ້ອງດຳເນີນການປິດລ້ອມເຂດຊາຍແດນ, ເຂດດິນແດນ. ການລະບາດຂອງພະຍາດ ແມ່ນສາເຫດກໍ່ໃຫ້ເກີດການຊຸດໂຊມທາງດ້ານເສດຖະ
ກິດທົ່ວໂລກໂດຍກົງດ້ວຍລະດັບຄວາມຮ້າຍແຮງກວ່າວິກິດການດ້ານການເງິນເມື່ອປີ 2008-2009 ແລະ ວິກິດເສດຖະກິດຄັ້ງໃຫຍ່ໃນຊຸມປີ 30 ຂອງ
ສະຕະວັດກ່ອນ.

     ດ້ວຍການສ້າງຜົນກະທົບອັນໃຫຍ່ຫຼວງ, ການລະບາດຂອງພະຍາດ ໂຄວິດ-19 ຖືວ່າແມ່ນໜຶ່ງໃນບັນດາການກະທົບກະເທືອນດ້ານເສດຖະກິດທີ່ໃຫຍ່
ສຸດຂອງ ສະຕະວັດທີ 21. ຕາມການຄາດຄະເນເມື່ອເດືອນ ມິຖຸນາ 2020 ຂອງກອງທຶນການເງິນຕາສາກົນ (IMF) , ໄລ່ຮອດທ້າຍປີ 2020, GDP ຂອງ
ໂລກອາດຈະຕ່ຳກວ່າ 8% ເມື່ອທຽບໃສ່ໄລຍະກ່ອນເກີດການລະບາດຂອງພະຍາດ. ແທນທີ່ຈະເພີ່ມຂຶ້ນ 3%, ແຕ່ GDP ທົ່ວໂລກຈະຫຼຸດລົງປະມານ 5%,
ນີ້ແມ່ນລະດັບຊຸດໂຊມຫຼາຍທີ່ສຸດນັບແຕ່ສົງຄາມໂລກຄັ້ງທີ 2. ເມື່ອທຽບໃສ່ວິກິດການດ້ານການເງິນປີ 2008-2009 ເຮັດໃຫ້ GDP ໂລກຫຼຸດລົງພຽງ
0,1% ເທົ່ານັ້ນ, ໄລ່ຮອດຈຸດເວລານີ້ຜົນກະທົບຂອງການລະບາດພະຍາດຄັ້ງນີ້ ໄດ້ສົ່ງຜົນກະທົບຫຼາຍກວ່າ ເກົ່າຫຼາຍເທົ່າ.

     ການລະບາດຂອງພະຍາດຍັງກໍ່ໃຫ້ເກີດຜົນຮ້າຍຕາມມາທີ່ຮ້າຍແຮງ ໃນນັ້ນຫຼາຍປະເທດຖືກຕົກເຂົ້າສະພາບການເຕີບໂຕຊັກຊ້າ ແລະ ໜີ້ສິນສູງ. ຕາມ
ການຄາດຄະເນຄັ້ງຫຼ້າສຸດຂອງວົງການນັກຊ່ຽວຊານເສດຖະກິດຂອງ ສະຖາບັນການເງິນສາກົນ (IMF), ອັດຕາໜີ້, GDP ຈະເພີ່ມຂຶ້ນເຖິງ 365% ໃນຊຸມ
ເດືອນຈະມາເຖິງ, ນີ້ຖືວ່າແມ່ນ “ຄື້ນຍັກໜີ້ກວດລ້າງໂລກ”. ຕາມ IMF ແລ້ວ, ໄລ່ຮອດທ້າຍປີ 2020, ຍອດໜີ້ລວມທັງໝົດຂອງທົ່ວໂລກຈະບັນລຸລະ
ດັບສະຖິຕິແມ່ນ 277.000 ຕື້ ໂດລາສະຫະລັດ.

     ໃນບົດລາຍງານສະຫຼຸບປີ 2020, ທ່ານ ອານໂຕນີໂອ ກູເຕີເຣສ ເລຂາທິການໃຫຍ່ສະຫະປະຊາຊາດຍອມຮັບວ່າ: ມີປະຊາຊົນຕື່ມອີກປະມານ 100
ລ້ານຄົນຖືກຕົກເຂົ້າສູ່ສະພາບອຶດຫິວ, ທຸກຍາກໃນທົ່ວໂລກຄືນໃໝ່ ແລະ ນີ້ກໍເປັນຄັ້ງທຳອິດທີ່ດັດຊະນີອຶດຫິວທຸກຍາກໃນທົ່ວໂລກເພີ່ມຂຶ້ນນັບແຕ່ປີ
1998. ມີການຄົ້ນຄວ້າຂອງສະຫະປະຊາຊາດກໍຊີ້ໃຫ້ເຫັນວ່າ: ສະພາບຊຸກໂຊມທາງດ້ານເສດຖະກິດຈາກການລະບາດຂອງພະຍາດ ໂຄວິດ-19 ອາດຈະ
ເຮັດໃຫ້ປະຊາຊົນ 130 ລ້ານຄົນ ບໍ່ມີແຫຼ່ງສະບຽງອາຫານຍ້ອນມັນທຳລາຍລະບົບສະໜອງແຫຼ່ງທັນຍາຫານ.

     ບໍ່ພຽງແຕ່ເທົ່ານັ້ນ, ການລະບາດຂອງພະຍາດ ໂຄວິດ-19 ຍັງກໍໃຫ້ເກີດຄວາມປັ່ນປ່ວນໃນຫຼາຍຂົງເຂດຄື: ການທ່ອງທ່ຽວ, ການບິນ, ການສຶກສາ,
ສາທາລະນະສຸກ ຫຼື ການພົວພັນກັບສາກົນ. ສະເພາະການພົວພັນສາກົນ, ການລະບາດຂອງພະຍາດໄດ້ເຮັດໃຫ້ບາງປະເທດມີຄວາມເຄັ່ງຕຶງຂຶ້ນ, ນຳໜ້າ
ແມ່ນອາເມຣິກາ ກັບ ຈີນ,ມີການໂຕ້ຖຽງກັນຫຼາຍຄັ້ງ ໄດ້ເກີດຂຶ້ນລະຫວ່າງບັນດາຝ່າຍ ກ່ຽວຂ້ອງເຖິງຄຳ ກ່າວຫາກ່ຽວກັບຕົ້ນກຳເນີດຂອງການລະບາດ
ຂອງພະຍາດ. ຕາມວົງການນັກວິເຄາະແລ້ວ, ການລະບາດຂອງພະຍາດໄດ້ເຮັດໃຫ້ການພົວພັນລະຫວ່າງອາເມຣິກາ-ຈີນ ຕົກເຂົ້າສູ່ລະດັບຕ່ຳສຸດໃນຫຼາຍ
ທົດສະວັດຜ່ານມາ.

     ດ້ານສາທາລະນະສຸກ, ມີບົດລາຍງານໜຶ່ງທີ່ປະກາດເມື່ອເດືອນ ສິງຫາ 2020 ຂອງ WHO ກ່າວເຕືອນວ່າ: “ ບັນດາຜົນງານທີ່ບັນລຸໄດ້ໃນຂົງເຂດ
ສາທາລະນະສຸກໃນໄລຍະ 2 ທົດສະວັດຜ່ານມາອາດຈະຖືກລົບລ້າງໃນໄລຍະອັນສັ້ນໆ ”. ແຕ່ເຖິງຢ່າງໃດກໍຕາມ, ການລະບາດຂອງພະຍາດກໍຊຸກຍູ້ໃຫ້ບັນ
ດາປະເທດເພີ່ມທະວີການຮ່ວມມື ເພື່ອແນໃສ່ສະກັດກັ້ນຜົນກະທົບຂອງການລະບາດຂອງພະຍາດ ກໍຄືໃນການຜະລິດ ແລະ ແຈກຢາຍວັກຊີນກັນເຊື້ອພະ
ຍາດ ໂຄວິດ-19. ຄຽງຂ້າງນັ້ນ, ການລະບາດຂອງພະຍາດກໍເຮັດໃຫ້ວິວັດການຫັນເປັນດີຈີຕອນດຳເນີນໄປຢ່າງໄວວາແບບທີ່ບໍ່ເຄີຍມີມາກ່ອນໃນຂອບ
ເຂດທົ່ວໂລກ, ພ້ອມທັງປ່ຽນແປງສະຕິຄວາມຮັບຮູ້ໃນການປ້ອງກັນ, ຕ້ານການລະບາດຂອງພະຍາດຂອງປະຊາຊົນບັນດາປະເທດ ກໍຄືທັດສະນະຂອງບັນ
ດາລັດຖະບານກ່ຽວກັບລະບົບການແພດສຳຮອງມີຄວາມຕື່ນຕົວກຽມພ້ອມຮັບມືກັບການລະບາດຂອງພະຍາດໄດ້ດີຍິ່ງຂຶ້ນ.