ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມຽນມາ ​ໄດ້​ຮັບ​ວັກ​ຊິນ​ປ້ອງ​ປ້ອງ​ກັນ​ໂຄ​ວິດ-19 ຊຸດທຳ​ອິດ​ຈາກ​ອິນ​ເດຍ


     ສໍານັກຂ່າວ ເອເອັບພີ ລາຍງານໃນ ວັນທີ 25 ມັງກອນ ນີ້ວ່າ: ລັດຖະບານ ມຽນມາ ໄດ້ຮັບວັກຊີນ ປ້ອງກັນໂຄວິດ-19 ຈໍານວນ 1,5 ລ້ານຫຼອດ
ຈາກ ອິນເດຍ ໃນວັນທີ 21 ມັງກອນ ເພື່ອນໍາມາສັກໃຫ້ປະຊາຊົນ 750.000 ຄົນ ໂດຍມີແຜນຈະເລີ່ມສັກວັກຊິນພາຍໃນອາທິດນີ້ ຄະນະທີ່ມຽນມາກໍາ
ລັງປະເຊີນກັບການລະບາດຂອງເຊື້ອໄວ ຣັດໂຄວິດ-191ຢ່າງໜັກ.

     ລັດຖະບານ ອິນເດຍ ສົ່ງວັກຊິນປ້ອງກັນ ໂຄວິດ-19 ໃຫ້ ກັບຫຼາຍໆປະເທດໃນເຂດອາຊີທ່າມກາງສຽງຍ້ອງຍໍຊົມເຊີຍ ຈາກບັນດາປະເທດໃກ້ຄຽງ,
ການສົ່ງວັກຊິນຂອງ ບໍລິສັດແອັດສະຕຣາເຊເນກາ ຜະລິດໂດຍສະຖາບັນເຊຮຸ່ນປະເທດ ອິນເດຍ ເຊິ່ງເປັນຜູ້ຜະລິດວັກຊິນຊະນິດຕ່າງໆ ທີ່ໃຫຍ່ທີ່ສຸດໃນ
ໂລກ ເຊິ່ງໄດ້ຈັດສົ່ງໄປຊ່ວຍເຫຼືອແລ້ວຫຼາຍປະເທດ ເຊັ່ນ: ມານດີວ, ບັງກລາເທດ ແລະ ເນປານ ລວມທັງ ມຽນມາ ທີ່ໄດ້ຮັບວັກຊິນຈາກ ອິນເດຍ ໂດຍ
ລັດຖະບານ ອິນເດຍ ສົ່ງວັກຊິນ ໄປຊ່ວຍເຫຼືອມຽນມາກ່ອນຫຼັງຈາກ ຈີນ ໄດ້ປະກາດວ່າ: ຈະສົ່ງວັກຊິນເພື່ອຊ່ວຍ ມຽນມາ ເຊັ່ນດຽວກັນ.

     ທ່ານ ເຊົາຮັບ ກຸມານ ທູດ ອິນເດຍ ປະຈໍາມຽນມາກ່າວຕໍ່ສື່ມວນຊົນທີ່ສະໜາມບິນນະຄອນ ຢາງກຸ້ງ ຄະນະລໍຖ້າເຮືອບິນທີ່ຂົນສົ່ງວັກຊິນມາເຖິງໃນ
ວັນທີ 21 ມັງກອນ ວ່າ: ນີ້ເປັນ ຂອງຂວັນຈາກລັດຖະບານ ອິນເດຍ ໃຫ້ແກ່ປະຊາຊົນ ມຽນມາ ຄະນະທີ່ ທ່ານ ນາງ ຂິ່ນຂິ່ນ ຈີ ໂຄສົກ ກະຊວງສາທາລະ
ນະສຸກ ມຽນມາ ກ່າວ ວ່າ: ວັກຊິນຊຸດທໍາອິດນີ້ຈະຖືກເກັບຮັກສາໄວ້ໃນຫ້ອງເຢັນພິເສດ ທີ່ນະຄອນຢາງກຸ້ງກ່ອນຈະນໍາອອກໄປແຈກຢາຍພາຍໃນອາທິດນີ້,
ເຊິ່ງບຸກຄະລາກອນດ້ານສາທາລະນະສຸກທີ່ກໍາລັງຕໍ່ສູ້ກັບການລະບາດຂອງເຊື້ອໄວຣັດ ໂຄວິດ-19 ທີ່ຢູ່ພາກສະໜາມຈາກທັງໝົດຫຼາຍກວ່າ 110.000 ຄົນ
ທົ່ວປະເທດຈະໄດ້ຮັບການສັກວັກຊິນກ່ອນ, ຕໍ່ຈາກນັ້ນແມ່ນກຸ່ມຜູ້ສູງອາຍຸທີ່ມີຄວາມສ່ຽງ.