ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງ​ປະຊຸຸຸມຂັ້ນການນຳ​ກະຊວງ​ປ້ອງ​ກັນ​ປະ​ເທດ​ໃນ​ເດືອນ​ມັງກອນ​ປີ 2022

     ອີງ​ຕາມ​ການ​ລາຍ​ງານ​ຂ່າວ​ຂອງ​ເວ​ັບ​ໄຊ້ກະຊວງ​ປ້ອງ​ກັນ​ປະ​ເທດ​ ຫວຽດນາມ (Bqp.vn) - ​​​ໃຫ້​ຮູ້​ວ່າ: ຕອນ​ເຊົ້າ​ວັນ​ທີ 24 ມັງກອນ​ນີ້, ຢູ່​
ທີ່​ສຳນັກງານ​ກະຊວງ​ປ້ອງ​ກັນ​ປະ​ເທດ, ທ່ານ ​ພົນ​ເອກ ຟານ​ ວັນ ​ຢາງ, ກຳມະການ​ກົມ​ການ​ເມືອງ, ຮອງ​ເລຂາ​ຄະນະ​ພັກ​ ການ​ທະຫານ ​ສູນ​ກາງ, ລັດຖະມົນ
ຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ໄດ້​ເປັນ​ປະທານ​ກອງ​ປະຊຸມ ​ການນຳ​ ກະຊວງ​ປ້ອງ​ກັນ​ປະ​ເທດ ທີ່ໄດ້ຈັດຂຶ້ນໃນ ເດືອນ ມັງກອນ ປີ 2022 ນີ້.

     ເຂົ້າຮ່ວມກອງປະຊຸມມີ ທ່ານ ພົນໂທ ເລືອງ ເກື່ອງ, ກໍາມະການກົມການເມືອງກໍາມະການປະຈໍາຄະນະພັກ ການທະຫານ ສູນກາງ, ຫົວໜ້າກົມໃຫຍ່
ການເມືອງກອງທັບ ປະຊາຊົນ ຫວຽດນາມ; ທ່ານ ພົນໂທ ຫງວຽນ ເຕິນ ເກືອງ, ກໍາມະການສູນກາງພັກ, ກໍາມະການປະຈໍາຄະນະພັກການທະຫານສູນກາງ,
ຫົວໜ້າກົມໃຫຍ່ເສນາທິການ ກອງທັບ ປະຊາຊົນ ຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ; ບັນດາ​ສະຫາຍກຳມະການ​ສູນ​ກາງ​ພັກ, ຮອງ
​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ: ທ່ານ ​ພົນ​ໂທ ຮ່ວາງ​ ຊວັນ​ ຈ້ຽນ, ທ່ານ​ ພົນ​ໂທ ເລ ​ຮຸຍ ​ວີ້ງ, ທ່ານ ​ພົນ​​ໂທ ຫວູ ​ຫາຍ ​ສານ, ທ່ານ ​ພົນ​​ໂທ ຟ້າ​ມ
ຮ່ວາຍ​ ນາມ.


ພາບ​ບັນ​ຍາກາດ​ກອງ​ປະຊຸມ.

     ໃນ​ກອງ​ປະຊຸມ​ຕີ​ລາຄາ, ​ເດືອນ​ມັງກອນ ​ປີ 2022, ຄະນະ​ປະຈຳ​ຄະນະ​ ກຳມະການ​ການ​ທະຫານ ​ສູນ​ກາງ, ການ​ນຳ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ໄດ້​ຊີ້​ນຳ​ທົ່ວ
​ກອງທັບ ​ເພື່ອ​ຜັນ​ຂະຫຍາຍ ​​ໄປ​ພ້ອມໆ​ກັບມີ​ຄວາມ​ເດັດຂາດ, ສຳ​ເລັດ​ໜ້າ​ທີ່​ການ​ທະຫານ​ ​ແລະ ວຽກ​ງານ​ປ້ອງ​ກັນຊາ​ດ ຮ້ອບດ້ານ. ​ພົ້ນ​​ເດັ່ນ​ແມ່ນ ທົ່ວ​
ກອງທັບ ​​ໃຫ້ຮັກສາ​​ລະບອບປະຈຳການ ​ກຽມພ້ອມ​ສູ້​ຮົບ, ​​ແນ​ໃສ່​ເພື່ອກຳແໜ້ນ​ສະພາບ​ການ, ​​ເປັນ​ເຈົ້າ​ການ​ດ້ານ​ວຽກ​ງານພັກ, ລັດ ​ເພື່ອ​ແກ້​ໄຂ​ສະຖານະ
​ການ​ຢ່າງ​ທັນ​ການ ​ແລະ ມີ​ປະສິດທິ​ຜົນ, ບໍ່​ໃຫ້​ຖືກ​ທ່າ​ຮັບ, ​ໂດຍ​ບໍ່​ຄາດ​ຝັນ; ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ຕາມ​ເນື້ອ​ໃນ​ກອງ
​ປະຊຸມ​ວິ​ສາ​ມັນ​ຄັ້ງ​ທີ 1 ຂອງ​ ສະພາ​ແຫ່ງ​ຊາດ​ຊຸດ​ທີ 15; ຜັນ​ຂະຫຍາຍກຳລັງ ແລະ ມາດຕະການ ໜູນຊ່ວຍບັນດາທ້ອງຖິ່ນ ໃນການປ້ອງກັນ ແລະ ຄວບ
ຄຸມ COVID-19.

     ຄະນະ​ກຳມະການ ​ການ​ທະຫານ ​ສູນ​ກາງ, ກະຊວງ​ປ້ອງ​ກັນ​ປະ​ເທດ ​ຍັງໄດ້​ຊີ້​ນຳ​ບັນດາກົມ​ກອງຢ່າງ​ຕັ້ງໜ້າ​ ເພື່ອ​ດຳ​ເນີນ​ການ​ປັບປຸງ ​ການຈັດ​ຕັ້ງ; ຮັບ​ປະ
​ກັນ ​ສຸດ​ຂີດ ​ທາງ​ດ້ານ​ອາ​ວຸດ ​ແລະ​ ອຸປະກອນ​ສໍາ​ລັບ​ພາ​ລະ​ກິດຕ່າງໆ​; ຈັດ​ຕັ້ງ​ການ​ຝຶກ​ອົບຮົມ, ກໍ່ສ້າງ​ຢ່າງ​ເຂັ້ມ​ງວດ ​ແລະ ມີ​ຄຸນ​ນະພາ​ບ, ເໝາະ​ສົມ​ກັບ​ສະ
ພາບ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19; ​ປະຕິບັດ​​ໜ້າ​ທີ່​ວຽກ​ງານ​​ເປັນ​ຢ່າງ​ດີ​ ໃນ​ການ​ກະກຽມ ​ໃຫ້​ແກ່​ການ​ຝຶກ​ອົບຮົມ, ​ແກ້​ໄຂ​ຂໍ້​ກຳນົດ ​ແລະ ການ
​ເກນ​ທະຫານ​ໃໝ່ ປະຈຳ​ປີ 2022; ຊຸກຍູ້ ​ແລະ ຍົກ​ສູງ ຢ່າງ​ມີ​ປະສິດທິ​ຜົນ ​​ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ ​ແລະ ວຽກ​ງານ​​ການ​ຕ່າງປະ​ເທດ ປ້ອງ​ກັນ
​ຊາດ. ທົ່ວ​ກອງທັບ​ປະຕິບັດ​​ບັນດາ​ໜ້າ​ທີ່​ວຽກ​ງານ​ພັກ, ວຽກ​ງານການ​ເມືອງ​ເປັນ​ຢ່າງ​ດີ; ຍົກ​ສູງ​ບັນດາ​ການ​ເຄື່ອນ​ໄຫວ​ວຽກ​ງານ​ໂຄສະນາ​ເຜີຍ​ແຜ່ ​ແລະ
ແຂ່ງຂັນ​ຢ່າງ​ມີ​ປະສິດທິພາ​ບ ​ແລະ ມີປະສິດທິ​ຜົນ​; ຈັດຕັ້ງການລົງຢ້ຽມຢາມ ແລະ ມອບຂອງຂວັນໃຫ້ບັນດາກົມ​ກອງ ແລະ ບັນດາ​ເປົ້າ​ໝາຍ​ທີ່​ຈະ​ໄດ້​ຮັບ
ນະໂຍບາຍຢ່າງທັນການ ແລະ ຮອບຄອບ; ກະກຽມ​ໃຫ້​ດີ​ໃນ​ທຸກ​ດ້ານ​ໃຫ້​ແກ່​ພະນັກງານ, ນັກຮົບ ​ເພື່ອ​ຕ້ອນຮັບ​ບຸນປີ​ໃໝ່​ປະຈຳ​ຊາດ​​ໃນ​ປີ 2022.

     ການ​ດຳລົງຊີວິດ​ການ​ເປັນ​ຢູ່ທາງ​ດ້ານ​ວັດຖຸ ​ແລະ ຈິດ​​ໃຈ ​ຂອງ​ພະນັກງານ​ນັກຮົບ; ຮັກສາ​ໄດ້ສະຖຽນລະພາບ; ທາງດ້ານການເມືອງ, ອຸດົມການ​ທົ່ວ
ກອງທັບ​ໃຫ້ມີຄວາມໝັ້ນຄົງ, ​​ຕັ້ງໜ້າ​ແກ້​ໄຂ​ບັນ​ຫາ​ໃຫ້​ມີ​ປະສິດທິ​ຜົນ​ສູງ, ກຽມພ້ອມຍອມຮັບ ແລະ​ ​ເຮັດສຳເລັດທຸກໜ້າທີ່ໆໄດ້ຮັບມອບໝາຍ.

     ​ໃນກອງ​ປະຊຸມ, ບັນດາສະຫາຍ​ການ​ນຳ​ກະຊວງ​ປ້ອງ​ກັນ​ປະ​ເທດ​ ໄດ້​ປະກອບ​ຄຳ​ເຫັນ, ຢືນຢັນ ​ແລະ ​ລົງ​ເລິກ​ຂຶ້ນ​ກ່ວາ​ເກົ່າບັນດາ​ໝາກຜົນ​ທີ່​ທົ່ວ​ກອງ
ທັບ ​ບັນລຸ​ ໃນ​ເດືອນ​ມັງກອນ ​ແລະ ກຳນົດ​ບັນດາ​ເນື້ອ​ໃນ ​ຈຸດ​ສຸມ​​ທີ່ສຳຄັນ ຂອງ​ການ​ນຳ​​ ໃນ​ການ​ຊີ້​ນຳ​ ໃນ​ເດືອນ ກຸມພາ ປີ 2022.


       ທ່ານ ພົນ​ເອກ ຟານ ວັນ ຢາງ ປະກອບ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ

     ທ່ານ ​ພົນ​ເອກ ຟານ​ ວັນ ຢາງ  ​ໄດ້ກ່າວ​ຄຳ​ເຫັນ​ຊີ້​ນຳ​ ໃນກອງ​ປະຊຸມ, ​ພ້ອມ​ກັບ​ຢືນຢັນ​ໝາກຜົນ​ການນຳພາ ​ແລະ ທິດຊີ້​ນຳ​ ໃນ​ເດືອນ​ມັງກອນ, ​ເຊິ່ງ
ທ່ານ​​ໄດ້ເນັ້ນ​ໜັກ​ ​​ໃນເດືອນ ກຸມພາ ປີ 2022, ຄະນະ​ປະຈຳ​ຄະນະ​ກຳມະການ​ການ​ທະຫານ​ສູນ​ກາງ, ກະຊວງ​ປ້ອງ​ກັນ​ປະ​ເທດ​ຄວນ​ສຸມ​ໃສ່​ດ້ານ​ການຊີ້​ນຳ​
ໜ້າ​ທີ່​ວຽກ​ງານ​ຮ້ອບດ້ານ, ​ໃນ​ນັ້ນ​ໃຫ້ສຸມ​ໃສ່​​ເນື້ອ​ໃນ​ສຳຄັນ ​ຈຳນວນ​ໜຶ່ງ​ຄື: ການ​ນຳພາ, ຊີ້​ນຳ​ທົ່ວ​ກອງທັບ​ສືບ​ຕໍ່​ຮັກສາ​ ລະບອບປະຈຳການ​ກຽມພ້ອມ​ສູ້​
ຮົບ, ​ແນ​ໃສ່ຮັດ​ແໜ້ນ ​ແລະ ຄາດ​ຄະ​ເນ​ສະພາບ​ການ​ໃຫ້​ຖືກຕ້ອງ, ​ເປັນ​ເສນາ​ທິການ ​​ໃນ​ການ​ແກ້​ໄຂ​ສະພາບ​ການ​ຢ່າງ​ມີ​ປະສິດທິ​ຜົນທັນ​ການຮັກສາ​ຄວາມ
​ປອດ​ໄພ​​ ເນື່ອງໃນ​ໂອກາດ​ບຸນ​ປີ​ໃໝ່​ຢ່າງ​ເດັດຂາດ​​​ບໍ່​ໃຫ້​ຖືກ​ທ່າ​ຮັບ​ໂດຍ​ບໍຄາດ​ຝັນ; ປະຕິບັດ​ຕາມ​ທິດ​ຊີ້​ນຳ​ຂອງ​ສູນ​ກາງ​ຢ່າງ​ເຂັ້ມ​ງວດ, ດຳ​ເນີນ​ການສະກັດ
​ກັ້ນ ​ແລະ ຄວບ​ຄຸມ​ພະຍາດ​ໂຄ​ວິດ-19 ຢ່າງ​ມີ​ປະສິດທິ​ຜົນ; ຊີ້​ນຳ​ການຈັດ​ຕັ້ງ​ມອບ ​ແລະ ຮັບ​ທະຫານ​​ໃນ​ປີ 2022 ຢ່າງ​ຫັດ​ກຸມ, ​ເຂັ້ມ​ແຂງ, ມີ​ຄຸນ​ນະພາ​ບ
​ແລະ ຄວາມ​ປອດ​ໄພ, ​ໃນ​ນັ້ນ​ໂດຍ​ສະ​ເພາະ​ແມ່ນ​ການ​ປ້ອງ​ກັນ ​ແລະ ຄວບ​ຄຸມ​ໂລກ​ລະບາດ. ພ້ອມ​ກັນ​ນັ້ນ, ຕ້ອງ​ຊີ້​ນຳ​ທົ່ວ​ກອງທັບ​ເປັນ​ຢ່າງ​ດີ​ ໃນ​ການ​ກະ
ກຽມ ​ແລະ ຜັນ​ຂະຫຍາຍການ​ຝຶກ​ອົບຮົມ; ຮັກສາ​​ລະບອບ​ປະຈຳການ​ຊ່ວຍເຫຼືອ ແລະ ກູ້ໄພໃນທຸກລະດັບ​ຢ່າງ​ເຂັ້ມ​ງວດ, ​ເອົາ​ໃຈ​ໃສ່​ໃນ​ການ​ປ້ອງ​ກັນ ​ແລະ
ຄວບ​ຄຸມ​ໄພ​ພິບັດທຳມະຊາດ, ​ເອົາຊະນະເຫດການ, ຄົ້ນຫາ, ກູ້ໄພ; ​ເຜີຍ​ແຜ່ຢ່າງຮັດກຸມວຽກງານໂຄສະນາ, ​ແຂ່ງຂັນ ​ແລະ ປ້ອງກັນວຽກງານການ​ເມືອງ
​ແນວຄິດພາຍ​ໃນ​, ຕັ້ງໜ້າ​ຕໍ່ສູ້​ຕ້ານ​ກັບ​ທັດສະນະ​ທີ່​ບໍ່​ຖືກຕ້ອງ ​ແລະ ​ເປັນ​ສັດຕູ; ຜັນ​ຂະຫຍາຍ​ບັນດາ​ໂຄງການ ​ແລະ ​ແຜນການ​ດ້ານວຽກງານການຕ່າງປະ
ເທດປ້ອງ​ກັນ​ຊາດ; ຊຸກຍູ້​ການ​ຮ່ວມ​ມື​ສາກົນ​ໃນ​ການ​ປ້ອງ​ກັນ ​ແລະ ຄວບ​ຄຸມ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19; ການ​ຮ່ວມ​ມື​ດ້ານ​ວຽກງານເສນາ
ຮັກ ​ກັບ​ປະ​ເທດ​ຕ່າງໆ; ຮັບ​ປະ​ກັນ​ວຽກງານພະລາທິການ, ແລະ​ ວຽກງານຮັບປະກັນ ໃຫ້ຄົບຖ້ວນເປັນຢ່າງດີ, ພ້ອມ​ໆກັບວຽກງານຍຸດໂທ, ອຸປະ​ກອນ​ເຕັກ
ນິກ​ສໍາ​ລັບ​ພາ​ລະ​ກິດດັ່ງກ່າວ.

ແຫຼ່ງທີ່ມາ: ຫງວຽນ ຫາຍ
ວັນທີ 26/01/2022