ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫວຽດນາມ ​ເປັນ​ປະທານ​ຮ່ວມ​ກອງ​ປະຊຸມ ຄະນະ​ກຳມະການ​ຮ່ວມ​ມື​ລວມ ອາຊຽນ-ຍີ່ປຸ່ນ


     ສຳນັກຂ່າວ ບີບີຊີລາຍງານໃນ ວັນທີ 25 ມີນາ ນີ້ວ່າ, ກອງປະຊຸມຄັ້ງທີ 15 ຂອງຄະນະກຳມະການຮ່ວມມືລວມອາຊຽນ-ຍີ່ປຸ່ນ (AJJCC) ໄດ້ຈັດ
ຂຶ້ນຜ່ານທາງອອນລາຍ. ໃນຖານະເປັນປະເທດປະສານງານການພົວພັນອາຊຽນ-ຍີ່ປຸ່ນ ໃນໄລຍະ 2018- 2021, ທ່ານເອກອັກຄະລັດຖະທູດ ຫງວຽນ
ຫ໋າຍ ບັ່ງ, ຫົວໜ້າ ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳອາຊຽນ ພ້ອມດ້ວຍ ທ່ານ ຈິບາ ອາກີດະ ເອກອັກຄະລັດຖະທູດຍີ່ປຸ່ນ ໄດ້ເປັນປະທານຮ່ວມກອງ
ປະຊຸມດັ່ງກ່າວ.

     ທີ່ກອງປະຊຸມ, ບັນດາຜູ້ແທນ ຮັບຮູ້ວ່າ: ບັນດາໂຄງການຮ່ວມມືລະຫວ່າງ ອາຊຽນ - ຍີ່ປຸ່ນ ​ໄດ້ສືບຕໍ່ ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ, ໂດຍ
ບໍ່ຫົວຊາຕໍ່ບັນດາຄວາມຫຍຸ້ງຍາກຈາກພະຍາດໂຄວິດ-19. ສະເພາະປີ 2020, ໃນຂອບເຂດກອງທຶນເຊື່ອມໂຍງ ອາຊຽນ - ຍີ່ປຸ່ນ, ມີ 32 ໂຄງການໄດ້ຮັບ
ການຜັນຂະຫຍາຍ ແລະ 25 ໂຄງການໄດ້ຮັບການອະນຸມັດລວມທຶນທັງໝົດຫຼາຍຮ້ອຍລ້ານ ໂດລາສະຫະລັດ.

     ທ່ານ ເອກອັກຄະລັດຖະທູດ ຫງວຽນ ຫ໋າຍ ບັ່ງ ໄດ້ສະແດງຄວາມຊົມເຊີຍຕໍ່ ຍີ່ປຸ່ນ ທີ່ໄດ້ອຸປະຖຳໃຫ້ແກ່ 11 ໂຄງການ ໃນຂອບເຂດແຜນການປະຕິ
ບັດງານໄລຍະ 3 ແລະ ສະເໜີຍີ່ປຸ່ນ ສືບຕໍ່ປະກອບສ່ວນເຂົ້າໃນແຜນການປະຕິບັດງານ ໄລຍະທີ 4 ນຳ​ອີກ.