ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈີນ-ມຽນມາ ​ແລ່ນ​ລົດ​ໄຟທົດລອງ ລະຫວ່າງ ຈູງກິ່ງ-ມຽນມາ


     ສໍານັກຂ່າວ ຊິນຮ່ວາ ໃຫ້ຮູ້ວ່າ: ວັນທີ 23 ພຶດສະພາ ປີ 2022 ນີ້, ຂະບວນລົດໄຟສາກົນ (ຈູງກິ່ງ-ລີນຊ່າງ-ມຽນມາ) ຕາມເສັ້ນທາງໃໝ່ລະຫວ່າງ
ຈີນ-ມຽນມາ ໄດ້ທົດລອງແລ່ນເປັນຄັ້ງທຳອິດ ​ໂດຍ​ປະສົບ​ຜົນສຳເລັດຜົນຢູ່ເສັ້ນທາງເຊື່ອມຕໍ່ການຈໍລະຈອນສິນຄ້າແຫ່ງຊາດ ທ່າກົວຢວນ ເຂດໃໝ່ ຫຼຽງ
ຈ່ຽງນະຄອນຈູງກິ່ງ ແລະ ຈະເດີນທາງຮອດນະຄອນ ມັນດາເລ ຂອງ ມຽນມາ, ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າການໄປມາຫາສູ່ກັນດ້ານເສດຖະກິດ
ການຄ້າລະຫວ່າງນະຄອນຈູງກິ່ງກັບປະເທດສະມາຊິກອາຊຽນໄດ້ ເພີ່ມຕື່ມເສັ້ນທາງໃໝ່ອີກສາຍໜຶ່ງ.

     ໂດຍອາໄສເສັ້ນທາງສາຍໃໝ່ນີ້, ການສົ່ງອອກສິນຄ້າຂອງນະຄອນ ຈູງກິ່ງ ແລະ ບໍລິເວນໃກ້ຄຽງ ສາມາດອອກສູ່ທະເລໄດ້ ໂດຍຜ່ານມຽນມາ, ເຂົ້າ
ສູ່ມະຫາສະໝຸດ ອິນເດຍ ໂດຍກົງ ແລະ ເຊື່ອມຕໍ່ກັບປະເທດຕ່າງໆ ຂອງທະວີບເອີຣົບ, ທະວີບອາຟຣິກາ, ຕາເວັນອອກກາງ ແລະ ອາຊີໃຕ້. ເປັນການຫຼຸດ
ຜ່ອນໄລຍະທາງ ແລະ ເວລາໃນການຂົນສົ່ງລົງຢ່າງຫຼວງຫຼາຍ, ທັງເປັນການປັບປຸງຮູບແບບ ແລະ ເສັ້ນທາງການຈໍລະຈອນສິນຄ້າສາກົນ ໃນການອອກສູ່
ທະເລ ຂອງເຂດໃນ ຈີນ ຢ່າງຫຼວງຫຼາຍ.

ແຫຼ່ງທີ່ມາ: ໜັງສືພິມ ກອງທັບ
ວັນທີ 26/05/2022