ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈີນ, ລາວ, ມຽນມາ ​ແລະ ​ໄທ ສຳ​ເລັດ​ການ​ ລາດຕະ​ເວນ​ຮ່ວມກັນ​ຕາມ​ລ້ອງ​ແມ່​ນ້ຳຂອງ ຄັ້ງ​ທີ 90


     ສໍານັກຂ່າວ ຊິນຮວ່າ ລາຍງານໃນວັນທີ 22 ມັງກອນ ນີ້ວ່າ: ເຮືອປະຕິບັດກົດໝາຍຈີນ 3 ລໍາ ທີ່ເຂົ້າຮ່ວມລາດຕະເວນຕາມລ້ອງແມ່ນ້ຳຂອງລະຫວ່າງ ຈີນ, ລາວ,
ມຽນມາ ແລະ ໄທ ຄັ້ງທີ 90 ໄດ້ກັບຄືນເຖິງທ່າເຮືອ ກ່ວນເຫຼີຍ ຂອງ ຈີນ.

     ພະແນກປ້ອງກັນຄວາມສະຫງົບ ແຂວງ ຢຸນນານ ຈີນ ໄດ້ໃຫ້ລາຍລະອຽດວ່າ: ການປະຕິບັດງານຄັ້ງນີ້ໄດ້ໃຊ້ເວລາ 6 ວັນ 5 ຄືນ, ເດີນທາງ 748 ກິໂລແມັດ ເຊິ່ງມີ
ເຮືອ​ເຂົ້າ​ຮ່ວມ ໝາຍ 6 ລໍາ, ມີເຈົ້າໜ້າທີ່ 129 ຄົນ, ເຄື່ອນໄຫວຢູ່ເຂດສາມຫຼຽມຄຳຂອງລ້ອງແມ່ນ້ຳຂອງ, ບ້ານ ຊຽງກົງ ປະເທດ ລາວ ແລະ ເຂດນ້ຳອື່ນໆ. ​ໂດຍ​ໄດ້ສຳ
ຫຼວດກວດກາຮ່ວມກັນທາງນ້ຳ ແລະ ທາງບົກ, ເຝິກແອບທາງເຮືອຮ່ວມກັນ, ພ້ອມ​ທັງໂຄສະນາຕ້ານ​ການ​ຄ້າຂາຍ​ເຖື່ອນ, ຢາ​ເສບ​ຕິດ ​ແລະ ອື່ນໆ. ​ແນ່​ໃສ​ເຮັດໃຫ້ຂອບ
ເຂດດັ່ງກ່າວເປັນເຂດສັນຕິພາບ, ມີຄວາມສະຫງົບ.