ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ນາຍົກລັດຖະມົນ​ຕີ​ຍີ່​ປຸ່ນ ຖະ​ແຫຼງນະ​ໂຍບາຍ​ປາບ​ປາມ​ໄວຣັດ ​ໂຄ​ວິດ-19


     ສໍານັກຂ່າວ AFP ລາຍງານ ເມື່ອວັນທີ 26 ກຸມພາ ນີ້, ໂດຍອ້າງຈາກແຫຼ່ງຂ່າວຂອງປະເທດ ຍີ່ປຸ່ນ ວ່າ: ທ່ານ ຊິນໂຊ ອາເບະ ນາຍົກລັດຖະມົນຕີຍີ່ປຸ່ນ ໄດ້ອອກມາ
ຖະແຫຼ່ງນະໂຍບາຍກ່ຽວກັບການຄວບຄຸມການແພ່ລະບາດຂອງເຊື້ອໄວຣັສ ໂຄວິດ-19 ຂະນະທີ່ມີຜູ້ຕິດເຊື້ອໃນເຮືອສໍາລານໄດມອນແລ້ວເກືອບ 690 ຄົນ.

     ທ່ານ ຊິນໂຊ ອາເບະ ໄດ້ອອກມາຖະແຫຼງ ເມື່ອວັນທີ 25 ກຸມພາ ກ່ຽວກັບນະໂຍບາຍຄວບຄຸມປ້ອງກັນການແຜ່ລະບາດຂອງເຊື້ອໄວຣັສ ໂຄວິດ-19. ເຊິ່ງມາດຕາ
ການດັ່ງກ່າວ ໄດ້ລວມໄປເຖິງການຮຽກຮ້ອງໃຫ້ບໍລິສັດຫ້າງຮ້ານຕ່າງໆໃນ ຍີ່ປຸ່ນ ອະນຸຍາດໃຫ້ພະນັກງານສາມາດເຮັດວຽກຢູ່ເຮືອນຂອງຕົນໄດ້, ການກຽມຄວາມພ້ອມ
ຈໍານວນບຸກຄະລາກອນທາງການແພດໃຫ້ພຽບ ພ້ອມ ໄປຈົນເຖິງອຸປະກອນທາງການແພດ ແລະ ພ້ອມທັງຈັດສະຖານທີ່ຮອງຮັບຈໍານວນຜູ້ຕິດ ເຊື້ອໄວຣັສ ໂຄວິດ-19,
ຂະນະນີ້ໃນປະເທດຍີ່ປຸ່ນ ໄດ້ມີຜູ້ຕິດເຊື້ອທີ່ຢູ່ໃນເຮືອສໍາລານປະມານ 690 ຄົນ ແລະ ມີຜູ້ຕິດເຊື້ອນອກຈາກຢູ່ເທິງເຮືອສໍາລານອີກປະມານ 160 ຄົນ. ເຖິງຢ່າງໃດກໍຕາມ
ທາງການຍີ່ປຸ່ນກໍໄດ້ຕິດຕາມໃຫ້ຄວາມສໍາຄັນກັບບັນຫາດັ່ງກ່າວຢ່າງໃກ້ຊິດ.