ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອາຊຽນ ເພີ່ມທະວີການຮັບມືກັບໄພທຳມະຊາດ

     ສໍານັກຂ່າວ ຫວຽດນາມນິວລາຍ ງານກອງປະຊຸມ ຄັ້ງທີ 7 ເວທີປາໄສທົ່ວໂລກກ່ຽວກັບການຫຼຸດຜ່ອນໄພທຳມະຊາດ (GP2022) ເຊິ່ງດຳເນີນ ໃນ
ລະຫວ່າງ ວັນທີ 23-28 ພຶດສະພາ ຢູ່ເກາະ ບາຫຼີ ປະເທດ ອິນໂດເນເຊຍ, ອາຊຽນ ໄດ້ອອກຖະແຫຼງການຮ່ວມກ່ຽວກັບການເພີ່ມທະວີການຮັບມືກັບໄພ
ທຳມະຊາດ, ດ້ວຍຄຳໝັ້ນສັນຍາລະອຽດຫຼາຍຢ່າງ.

     ບັນດາປະເທດອາຊຽນ ເຫັນດີເພີ່ມທະວີຄວາມສາມາດຮັບມື ແລະ ຟື້ນຟູພາຍຫຼັງວິກິດຜ່ານການປະຕິບັດຂໍ້ລິເລີ່ມຍຸດທະສາດ ກ່ຽວກັບການເພີ່ມທະ
ວີກຳລັງແຮງສັງລວມອາຊຽນ ເພື່ອຮັບມືກັບໄພພິບັດ; ເພີ່ມທະວີການພົວພັນຄູ່ຮ່ວມມືກັບບັນດາອົງການ, ຂະແໜງການກ່ຽວຂ້ອງທັງໝົດ ເພື່ອແນໃສ່
ຕອບສະໜອງການ ປະຕິບັດຂອບຟື້ນຟູອາຊຽນຢ່າງຮອບດ້ານ (ACRF) ສືບຕໍ່ຮັບປະກັນການປະສານໂຄງການດຳເນີນງານກ່ຽວກັບການຄຸ້ມຄອງ ແລະ
ຮັບມືກັບໄພທໍາມະຊາດເຂົ້າໃນນະໂຍບາຍ ແລະ ຍຸດທະສາດພັດທະນາແບບຍືນຍົງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດໃນທຸກຂັ້ນ. ໄປຄຽງຄູ່
ກັນນັ້ນ, ອາຊຽນ ສົ່ງເສີມການປະກອບສ່ວນຂອງປະຊາຊົນ ແລະ ວິທີສໍາຜັດທົ່ວສັງຄົມໃນການໜູນຊ່ວຍບັນດາຄວາມມານະພະຍາຍາມຟື້ນຟູພາຍຫຼັງ
ໄພທຳມະຊາດ, ມຸ່ງໄປເຖິງການສ້າງກົນໄກໃຫ້ແກ່ປະຊາຊົນອາຊຽນ ປະກອບສ່ວນໜູນຊ່ວຍການຫຼຸດຜ່ອນໄພທຳມະຊາດໃນພາກພື້ນ.

ແຫຼ່ງທີ່ມາ: ໜັງສືພິມ ກອງທັບ
ວັນທີ 27/05/2022